ໃນທ້າຍເດືອນມັງກອນ 2021 ນີ້, ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງທ່າແຕງ ແຂວງເຊກອງ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການປັບປຸງກໍ່ສ້າງຮາກຖານໄລຍະສັ້ນ ສົກປີ 2020-2021; ໂດຍການເປັນປະທານຂອງ ພັອ ທະວິສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນສວນ ບຸດບຸນມາ ຄະນະປະຈຳພັກເມືອງ, ມີຄະນະພັກ- ຄະນະບັນຊາ ແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

smart

ພັທ ກິແກ້ວ ດວງມາລາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງ 504 ແຂວງເຊກອງ ໄດ້ຍົກໃຫ້ເຫັນໃນການຈັດຕັ້ງຊີ້ນຳ-ນໍາພາຂອງກໍາລັງ ປກສ ເມືອງທ່າແຕງ ໃນການຈັດຕັ້ງປະຕິບັດແຜນການວຽກງານກໍ່ສ້າງຮາກຖານການເມືອງໄລຍະສັ້ນໃນຊຸມເດືອນຜ່ານມາແມ່ນມີຜົນສຳ ເລັດຫຼາຍດ້ານ; ເຊິ່ງຄະນະພັກ- ຄະນະບັນຊາ ໄດ້ສຸ່ມໃສ່ຫັນເອົາກຳລັງກໍ່ສ້າງຮາກຖານຢູ່ 6 ເຂດ ມີກຳລັງທັງໝົດ 74 ສະຫາຍ. ໃນນັ້ນ, ພະນັກງານ ປກສ ແຂວງມີ 18 ສະຫາຍ, ພະນັກງານ ປກສ ເມືອງມີ 5 ສະຫາຍ, ພະນັກງານ ປກສ ກຸ່ມມີ 51 ສະຫາຍ; ຖືເອົາການສຶກສາອົບຮົມການ ເມືອງນຳພາ-ແນວຄິດ ຕິດພັນກັບຂະບວນການ, ໜ້າທີ່ການເມືອງຂອງພັກ, ຂອງກົມກອງຢ່າງເປັນຂະບວນການ, ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອພ້ອມກັນແລກປ່ຽນບົດຮຽນເຊິ່ງກັນແລະກັນ ແນໃສ່ເສີມຂະຫຍາຍບົດ ບາດການປັບປຸງກໍ່ສ້າງຮາກຖານ ການເມືອງໄລຍະສັ້ນໃຫ້ມີຄຸນະພາບດີຂຶ້ນກວ່າເກົ່າ.

smart

ນອກນັ້ນ, ໃນພິທີ ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ສະບັບເລກ ທີ 4613/ກມປສ ວ່າດ້ວຍ: ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ປກສ ແຂວງເຊກອງ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກຂ ແຂວງ, ສະບັບເລກທີ 682/ ປກສ, ຊກ ວ່າດ້ວຍເລື່ອນ ຊັ້ນໃຫ້ພົນຕຳຫຼວດ ປກສ ແຂວງ; ໃນນີ້, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ, ສິບເອກຂຶ້ນວາທີ ຈຳນວນ 3 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 1 ສະຫາຍ; ໃຫ້ກຽດຂຶ້ນປະດັບຊັ້ນໂດຍ ພັອ ທະວິສັກ ເພັດພູຫຼວງ.

smart

ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ພະນັກງານລົງກໍ່ສ້າງຮາກຖານ ເອົາໃຈໃສ່ແກ້ໄຂພົນລະເມືອງລາວທີ່ຍັງຕົກຄ້າງໃຫ້ ໄດ້ຈົດທະບຽນຂຶ້ນສຳມະໂນຄົວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ພ້ອມທັງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງປຸກລະດົມປະຊາຊົນໃຫ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນຂະບວນ.