ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ ແລະ ສສຂ ໃຫ້ 5 ກົມ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

0
978

ວັນທີ 1 ກຸມພາ 202, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ II,ເຜີຍແຜ່ໂດຍ ພົຈວ ຄຳສາຍ ຈັນ ທະວົງ ຮອງຫົວໜ້າກົມໃຫຍ່ການເມືອງປກສ,ມີຄະນະພັກຄະນະບັນຊາ, ພ້ອມດ້ວຍພະນັກງານນັກຮົບ ຈາກ 5 ກົມ ຄື: ກົມຈັດຕັ້ງພະນັກງານ,ກົມກໍ່ສ້າງກຳລັງ,ກົມນະໂຍບາຍ,ກົມປະກັນສັງຄົມ ແລະກົມໂຄສະນາອົບ ຮົມເຂົ້າຮ່ວມ.

ພົຈວ ຄຳສາຍ ຈັນທະວົງ ໄດ້ຍົກໃຫ້ເຫັນການເສີມຂະຫຍາຍສິດເປັນເຈົ້າເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສສຂ)ຊຸດທີ II,ໂດຍຍົກໃຫ້ເຫັນລະບຽບການ, ຂັ້ນຕອນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນຄັ້ງນີ້ ເພື່ອໃຫ້ບັນລຸຕາມຈຸດປະສົງ,ຄາດໝາຍທີ່ວາງໄວ້ ແນໃສ່ຮັບປະກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IXແລະສະພາປະ ຊາຊົນແຂວງ (ສສຂ)ໃຫ້ໄດ້ຕາມຈຳນວນທີ່ກຳນົດໄວ້.

ສຳລັບເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້,ປະກອບມີ 4 ເອກະສານ ຄື: ມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳ ພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ IXແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ II, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ II,ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ IXແລະສະພາປະຊາຊົນແຂວງ(ສສຂ) ຊຸດທີII ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນ ກຽ່ວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ.

ຈຸດປະສົງແມ່ນ ເພື່ອສຶກສາອົບຮົມໃຫ້ສະມາຊິກພັກ,ພະນັກງານນັກຮົບກົມໃຫຍ່ການເມືອງ ປກສ ມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການນຳໃຊ້ສິດເປັນເຈົ້າຂອງຕົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ IIໃຫ້ໄດ້ຮັບຜົນດີ.

ພາບ-ຂ່າວ: ສິລິພອນ ໄຊຍະວົງ