ຮອງລັດຖະມົນຕີກະຊວງ ປກສ ເນັ້ນໃຫ້ກໍ່ສ້າງກຳລັງສື່ສານ ມີຄວາມຮູ້ນໍາໃຊ້ເຕັກນິກທີ່ທັນສະໄໝໃຫ້ຫຼາຍຂຶ້ນ

0
1005

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ຄະນະພັກ-ຄະນະກົມສື່ສານ, ຕະຫຼອດຮອດພະນັກງານຫຼັກແຫຼ່ງບັນດາພະແນກ, ຄ້າຍສື່ສານທົ່ວປະເທດ ຕ້ອງປັບປຸງກໍ່ສ້າງກຳລັງສື່ສານໃຫ້ມີຄວາມຮູ້ຄວາມສາມາດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຮັບປະກັນການເປັນເສນາທິການໃຫ້ແກ່ຄະນະພັກຄະນະນໍາຂັ້ນຕ່າງໆຕາມຂະແໜງການວິຊາສະເພາະຂອງຕົນ, ພະນັກງານນັກຮົບຕ້ອງຮູ້ນໍາໃຊ້ເຕັກນິກສື່ສານທີ່ທັນສະໄໝໃຫ້ຫຼາຍຂຶ້ນ.

ໃນມື້ປິດກອງປະຊຸມສະຫຼຸບວຽກງານສື່ສານ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ຂອງກົມສື່ສານ ກະຊວງ ປກສ ໃນວັນ ທີ 2 ມີນາຜ່ານມາ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມວ່າ: ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງສຸມໃສ່ສ້າງແຜນສະເພາະໜ້າ ແລະ ຍາວນານ ເປັນຕົ້ນແມ່ນການປັບປຸງກໍ່ສ້າງກຳລັງສື່ສານໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນໍາຂັ້ນຕ່າງໆ ຖ້າຢາກເຮັດໄດ້ແນວນັ້ນ ບັນດາສະຫາຍຕ້ອງສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດດ້ານວຽກງານສື່ສານໃຫ້ຫຼາຍຂຶ້ນແລະວຽງານອື່ນໆທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນ. ນອກນີ້, ຕ້ອງໄດ້ເອົາໃຈໃສ່ປັບປຸງ, ຍົກລະດັບໃຫ້ພະນັກງານນັກຮົບຊອກຮູ້ຮໍ່າຮຽນພາສາຕ່າງປະເທດ ແລະ ຂະ  ແໜງການສື່ສານຢູ່ພາຍໃນ ແລະ ຕ່າງປະເທດ, ຈັດຕັ້ງຫັນເອົາວຽກງານທີ່ທັນສະໄໝ ແລະ ກ້າວໜ້າດ້ານເຕັກໂນໂລຊີ ເຊັ່ນ: ລະບົບອິນເຕີເນັດ, ຄອມພິວເຕີ ແລະ ດ້ານອື່ນໆໃຫ້ສູງຂຶ້ນ; ໃຫ້ເອົາໃຈໃສ່ພົວພັນຮ່ວມມືຮອບດ້ານກໍາລັງຕໍາຫຼວດ ສສ ຫວຽດນາມ, ເສີມຂະຫຍາຍສາຍພົວພັນຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ສປ ຈີນ, ຍາດແຍ່ງເອົາການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກປະເທດໃກ້ຄຽງ ເປັນຕົ້ນແມ່ນ ທຶນການສຶກສາ, ອຸປະ ກອນສື່ສານລະ ບົບທັນສະໄໝ ເພື່ອຮັບໃຊ້ວຽກງານໃນໄລບະໃໝ່.

ຄຽງຄູ່ກັນນີ້, ຕ້ອງເອົາໃຈໃສ່ປັບປຸງຍົກລະດັບຊີວິດການເປັນຢູ່ຂອງພະນັກງານນັກຮົບຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ສ້າງເສດຖະກິດຄອບຄົວ ເຮັດການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ພະນັກງານນັກຮົບຢູ່ກົມກອງ ແລະທ້ອງຖິ່ນ, ນໍາໃຊ້ທ່າແຮງທີ່ມີ ເຊັ່ນ: ເນື້ອທີ່ດິນປູກຝັງ ເພື່ອສ້າງພະລາທິກນກັບທີ່ ໂດຍມີການຄຸ້ມຄອງທີ່ດີ ເພື່ອຫຼຸດຜ່ອນພາລະແບກຫາບຂອງກະຊວງ ກໍຄື ກົມກອງ ແລະ ທ້ອງຖິ່ນ ສ່ວນໃດສ່ວນໜຶ່ງ.

ພາບ-ຂ່າວ: ຄຳໂຖ ວັນນະລາດ