ເຜີຍແຜ່ບົດແນະນໍາການສ້າງຕັ້ງເຄື່ອນໄຫວຂອງສະພາວິທະຍາສາດ

0
709

ວັນທີ 16 ມີນາ 2021, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ບົດແນະນໍາກ່ຽວກັບການສ້າງຕັ້ງ ແລະ ເຄື່ອນໄຫວຂອງສະພາວິທະຍາສາດຂະແໜງການ,ໂດຍມີ ພົຕ ວັນທອງ ກອງ ມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ,ມີ ຫົວ ໜ້າ-ຮອງກົມ, ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ຕ່າງໜ້າຈາກບັນດາກົມໃຫຍ່, ຫ້ອງວ່າການ, ພ້ອມດ້ວຍກົມກອງອ້ອມຂ້າງກະຊວງ ແລະ ພະນັກງານກ່ຽວຂ້ອງ.

ທ່ານ ນາງ ແກ້ວໄຟວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຂຶ້ນເຜີຍແຜ່ບົດແນະນໍາດັ່ງ ກ່າວວ່າ: ການເຜີຍແຜ່ບົດແນະນໍາກ່ຽວກັບການສ້າງຕັ້ງ ແລະ ເຄື່ອນໄຫວຂອງສະພາວິທະຍາສາດຂະແໜງການ ແມ່ນເປັນແຜນການແນະນໍາໃຫ້ບັນດາກະຊວງ, ອົງ ການທຽບເທົ່າ,ມະຫາວິທະຍາໄລ,ສະຖາບັນການຄົ້ນຄວ້າ ແລະທຸກພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈກ່ຽວກັບສະພາວິທະຍາສາດຂະແໜງ ການ ແລະ ກໍາແໜ້ນລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດຂະແໜງການ ເພື່ອຄຸ້ມຄອງແລະຊຸກຍູ້ສົ່ງເສີມການຄົ້ນ ຄວ້າພັດທະນາວິທະຍາສາດ-ເຕັກໂນໂຊລີ ແລະ ນະວັດຕະກໍາຢູ່ຂະແໜງການຂອງຕົນ ເປັນຕົ້ນແມ່ນນໍາໃຊ້ສະພາວິທະຍາສາດຂະແໜງການ ເພື່ອກວດຜ່ານ ແລະ ຮັບຮອງໂຄງການຄົ້ນຄວ້າວິທະຍາສາດ,ກວດກາ-ປະເມີນຜົນການຄົ້ນຄວ້າ ໃຫ້ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ການເຜີຍແຜ່ຄັ້ງນີ້,ມີບົດແນະນໍາກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດຂະແໜງການ, ດໍາລັດວ່າດ້ວຍກອງທືນພັດທະນາວິທະຍາສາດ ແລະເຕັກໂນໂລຊີ,ເອກະສານການຄຸ້ມຄອງ ແລະ ນໍາໃຊ້ກອງທືນເຂົ້າໃນການຄົ້ນຄວ້າວິທະຍາສາດແລະເຕັກໂນໂລຊີ.

ພາບ-ຂ່າວ: ພູເງິນ ພຸດທະວົງ