ໃນອາທິດຜ່ານມາ, ດ່ານຊາຍແດນ ປະເພນີບ້ານມອມ ເມືອງສິງ ແຂວງ ຫຼວງນ້ຳທາ ໄດ້ປະກາດການແຕ່ງຕັ້ງຄະນະຄຸ້ມຄອງດ່ານປະເພນີ ບ້ານມອມ; ເຂົ້າຮ່ວມໂດຍທ່ານ ປອ ຈັນພິພັກ ກອງ ຈໍາປາ ເຈົ້າເມືອງສິງ; ມີ ທ່ານ ສີສຸພັນ ທຳປັນຍາ ຫົວໜ້າພະແນກພາຍໃນ ແຂວງຫຼວງນ້ຳທາ, ມີຄະັນະພັກ 2 ກອງ ບັນຊາການ ປກຊ-ປກສ ເມືອງ, ຫ້ອງ ການສາທາແຂວງ-ເມືອງ; ມີບັນດາຫົວ ໜ້າຫ້ອງການ-ຮອງຫ້ອງການ ແລະ ພະ ນັກງານລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສິນທະລາ ສົມພູວິເສດ ຫົວ ໜ້າຄະນະຈັດຕັ້ງເມືອງສິງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆສິງ ວ່າ ດ້ວຍການແຕ່ງຕັ້ງຫົວໜ້າ-ຄະນະຄຸ້ມ ຄອງດ່ານ ແລະ ເຈົ້າໜ້າທີ່ຊ່ວຍວຽກ ປະຈຳຢູ່ດ່ານປະເພນີບ້ານມອມ ຈຳ ນວນ 11 ສະຫາຍ, ແຕ່ງຕັ້ງສະຫາຍ ພັຕ ແອ໋ສະຫວັນ ທິບພະຍອດແກ້ວ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານປະເພນີ ບ້ານມອມ; ນອກຈາກນັ້ນ, ຍັງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ຮັບຜິດຊອບວຽກງານພາສີ ແລະ ແຕ່ງຕັ້ງເຈົ້າໜ້າທີ່ຮັບຜິດຊອບ ວຽກງານກັກກັນພືດສັດ ເພື່ອພ້ອມກັນ ຈັດຕັ້ງປະຕິບັດວຽກງານພາຍໃນດ່ານ ຕາມພາລະບົດບາດສິດໜ້າທີ ທີ່ໄດ້ກຳ ນົດໄວ້.

ໂອກກາດນີ້ ທ່ານ ປອ ຈັນພິພັກ ກອງຈໍາປາ ໄດ້ໃຫ້ທິດຊີ້ນຳ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງທາງອ້າຍ-ນ້ອງຢູ່ພາຍໃນ ດ່ານທີ່ປະຕິບັດສຳເລັດໃນໄລຍະຜ່ານ ມາ ແລະ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບ ການແຕ່ງຕັ້ງໃໝ່ໃຫ້ພ້ອມກັນຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດສິດ ແລະ ໜ້າທີ່ຂອງຕົນໃຫ້ສຳເລັດ; ໂດຍສະເພາະແມ່ນເຮັດວຽກງານປົກປັກຮັກສາເຂດນໍ້າແດນດິນ, ຫຼັກໝາຍຊາຍ ແດນ, ກວດກາຄົນ-ພາຫະນະເຂົ້າ- ອອກຜ່ານປະຕູດ່ານໃຫ້ເຂັ້ມງວດ, ຫ້າມ ຂົ່ນສົ່ງສິນຄ້າເຂົ້າ-ອອກແບບບໍ່ຖືກຕ້ອງ. ພ້ອມດຽວກັນນັ້ນກໍໃຫ້ປະຕິບັດຕາມ ສັນຍາຮ່ວມມືລະຫວ່າງລາວ-ຈີນ ກ່ຽວ ກັບການກວດກາຄົນ ແລະ ພາຫະນະ ເຂົ້າ-ອອກເມືອງ ໃຫ້ມີຄວາມສະຫງົບ ປອດໄພ 100%.