ຄອບຄົວທ່ານ ສົມເພັດ ສຸລິຍາ ມອບເຄື່ອງບໍລິໂພກໃຫ້ກົມໂຄສະນາ ປກສ

0
909

ວັນທີ 22 ມີນາ 2021, ຄອບຄົວ ທ່ານ ສົມເພັດ ສຸລິຍາ ຢູ່ບ້ານແສງສະຫວ່າງ ໄດ້ມອບເຄື່ອງບໍລິໂພກ ລວມມີ: ມີ່ໄວໆ, ນໍ້າດື່ມ ແລະ ໄຂ່ໄກ່ ລວມມູນຄ່າ 2.000.000 ກີບ ໃຫ້ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ,ຕາງໜ້າມອບໂດຍ ທ່ານນາງ ເກສອນ ສຸລິຍາ ແລະ ກ່າວຮັບໂດຍ ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ ປກສ,ໂດຍຊ່ອງໜ້າ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີພະນັກງານນັກຮົບພາຍໃນກົມໂຄສະນາເຂົ້າຮ່ວມ.

ທ່ານ ນາງ ເກສອນ ສຸລິຍາ ກ່າວວ່າ: ການທີ່ນຳເອົາເຄື່ອງບໍລິໂພກມອບໃຫ້ກົມໂຄສະນາໃນຄັ້ງນີ້ ກໍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານວິຊາສະ ເພາະຂອງກົມ,ໂດຍສະເພາະແມ່ນວຽກງານສິນລະ ປະການສະເເດງຂອງກົມ ທີ່ກຳລັງຊ້ອມການສະແດງ ເພື່ອຮັບໃຊ້ໃຫ້ແກ່ງານສຳຄັນຕ່າງໆຂອງກະ ຊວງ ປກສ. ດັ່ງນັ້ນ, ຄອບຄົວ ທ່ານ ສົມເພັດ ສຸລິຍາ ຈຶ່ງໄດ້ຄົ້ນຄວ້າ ແລະ ນຳເອົາງົບສ່ວນຕົນ ຊື້ເຄື່ອງບໍລິໂພກ ແລ້ວມາມອບໃຫ້ກົມໂຄສະນາ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະຂອງ ກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະຂອງກົມໂຄສານາອົບຮົມ ປກສ ແລະ ຫວັງວ່າເຄື່ອງຈໍານວນດັ່ງກ່າວນີ້ ຈະຊ່ວຍໃຫ້ພະນັກນັກຮົບພາຍໃນກົມ ທີ່ກຳລັງຝຶກຊ້ອມການສະແດງໃຫ້ມີກຳລັງແຮງກາຍ ແຮງໃຈໃນການຝຶກຊ້ອມ ແລະ ເຮັດໃຫ້ການຝຶກຊ້ອມມີຜົນສຳເລັດອັນຈົບງາມ.

ໂອກາດດຽວກັນ, ພັອ ສອນພະຈັນ ທຳມະວົງ ກໍໄດ້ອວຍພອນໄຊອັນປະເສີດໃຫ້ຄອບຄົວທ່ານ ສົມເພັດ ສຸລິຍາ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳ ເລັດໃນກິດຈະການ ແລະ ໜ້າທີ່ວຽກງານ; ເຄື່ອງບໍລິໂພກດັ່ງກ່າວ ທີ່ຄອບຄົວຂອງທ່ານມອບໃຫ້ໃນຄັ້ງນີ້ ແມ່ນຈະນຳເອົາໄປແຍກຍາຍໃຫ້ພະນັກ ງານນັກຮົບທີ່ກຳລັງຝຶກຊ້ອມການສະແດງສິນລະປະ-ວັນນະຄະດີ ທີ່ຈະກຽມສະແດງໃນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີທີ່ມາເຖິງນີ້.

ພາບ-ຂ່າວ: ຈັນສະໝອນ ໝື່ສີ