ວັນທີ 17 ມີນາ ຜ່ານມາ, ກອງບັນຊາການ ປກສ ເມືອງສາລະວັນ ແຂວງສາລະວັນ ໄດ້ເປີດກອງປະຊຸມການກໍານົດເອົາພະນັກງານນໍາພາ-ຄຸ້ມຄອງທີ່ຈະກາຍເປັນພະນັກງານສຶບທອດປ່ຽນແທນໃນອານາຄົດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານວັນນະລັກ ຫຼ້າຫຼ່ຽມທະວີໄຊ ຮອງເລຂາພັກເມືອງສາລະວັນ, ພັທ ລິນທອນ ປ່ຽວຄໍາຜິວຫົວໜ້າກອງບັນຊາການ ປກສ ເມືອງ, ຫ້ອງການເມືອງ ປກສ ແຂວງ, ຄະນະຈັດຕັ້ງ-ກວດກາ ເມືອງ, ແຂກຮັບເຊີນ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ທ່ານ ກໍ່າສະໃໜ ແສນແທຫຼວງ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກວາງອອກ ດ້ານມາດຖານເງື່ອນກ່ຽວກັບການກໍານົດເອົາມາດ ຕະຖານຂອງພະນັກງານນໍາພາ-ຄຸ້ມຄອງທີ່ມີຄຸນນະພາບໂດຍກໍາແໜ້ນດ້ານຄຸນທາດການເມືອງ, ຄວາມຮູ້ຄວາມສາມາດ, ທັດສະນະ-ຄຸນສົມບັດ, ຄວາມໂປ່ງໃສ-ຍຸຕິທໍາເປັນກາງ. ຈາກນັ້ນ ແມ່ນເນັ້ນໃສ່ອົງປະກອບຫຼັກໃນ 3 ພາກ 16 ມາດຕະຖານລວມ ທີ່ຄະນະພັກແຕ່ລະຂັ້ນສ້າງແຜນກໍານົດເອົາພະນັກງານນໍາພາ-ຄຸ້ມ ຄອງຕາມຍຸດທະສາດຂອງພັກໃນໄລຍະໃໝ່.

ຄຽງຄູ່ກັນນີ້ ພະນັກງານທີ່ຖືກຄັດເລືອກເປັນພະນັກງານສຶບທອດປ່ຽນແທນແມ່ນເປັນຄົນຈົງຮັກພັກດີຕໍ່ລະບອບປະຊາທິປະໂຕ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມສາມັກຄີເອກະພາບ, ມີປະຫວັດການເຄື່ອນໄຫວນັບແຕ່ອາດີດຫາປັດຈຸບັນຢູ່ໃນເກນທີ່ດີມີວິໄນເຂັ້ມ ງວດ, ມີຄວາມດຸໝັ່ນຫ້າວຫັນ, ປະຢັດ, ອົດ ທົນ, ບໍ່ງໍ້ຫຽ່ຽງຕີຖອຍຕໍ່ວຽກໜັກງານເບົາຖ້າຫາກວ່າບັນດາສະຫາຍຄົບຕາມອົງປະກອບນີ້ແລ້ວ ສະຫາຍແມ່ນຄົນໜຶ່ງທີ່ຄະນະພັກຂອງຕົນຈະກໍານົດ ແລະ ຈົດຊື່ເຂົ້າ ເພື່ອຄອຍຖ້າສະໃໝຕໍ່ມາກໍແມ່ນຕົນເອງຢ່າງແນ່ນອນ.