ວັນທີ 20 ມັງກອນ 2023, ຢູ່ທີ່ຄ້າຍຄຸມຂັງດັດສ້າງນາໄຊ ແຂວງສາລະວັນ ໄດ້ມີພິທີປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຜູ້ທີ່ປະຕິບັດໂທດຄົບຕາມກຳນົດຂອງສານຕັດສິນ, ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າ ແຂວງ, ປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ທ່ານ ວິໄລ ສີລາດວງໃຈ ຫົວໜ້າອົງ ການໄອຍະການປະຊາຊົນແຂວງ, ພັອ ແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາພາກສ່ວນກ່ຽວຂ້ອງ, ອໍານາດການປົກຄອງ, ຍາດພີ່ນ້ອງນັກໂທດທີ່ໄດ້ຮັບການຜ່ອນໂທດ ແລະ ປ່ອຍຕົວ ເຂົ້າຮ່ວມ.

ພັອ ແພງສີ ໄຊຍະເພັດ ໄດ້ຜ່ານລັດຖະດຳລັດຂອງທ່ານປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທັງໝົດ 8 ຄົນ ຍິງ 2 ຄົນ. ໃນນີ້, ນັກໂທດທີ່ໄດ້ຮັບການຜ່ອນໂທດ 2 ຄົນ, ໄດ້ຮັບການປ່ອຍຕົວ 6 ຄົນ, ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ; ຜູ້ຕາງໜ້ານັກໂທດທີ່ໄດ້ຮັບການປອຍຕົວ ແລະ ຜ່ອນໂທດ ໃຫ້ຄຳສັນຍາຢ່າງໜັກແໜ້ນວ່າ: ພາຍຫຼັງທີ່ໄດ້ຮັບການປ່ອຍຕົວຜ່ອນໂທດຈາກຂັ້ນເທິງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈະຕັ້ງໜ້າສ້າງຄຸນງາມຄວາມດີອັນເກີດປະໂຫຍດໃຫ້ປະ ເທດຊາດ, ສັງຄົມ ແລະ ຄອບຄົວ.

ພ້ອມທັງຈະນໍາເອົາຄວາມຮູ້ຄວາມສາມາດທາງດ້ານວິທີການຈັກສານ, ການເຮັດວຽກງານເຟີນີເຈີ, ການສຶກສາອົບຮົມແນວຄິດ, ແນວທາງລະບຽບກົດໝາຍຂອງພັກ-ລັດ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນຊີວິດປະຈໍາວັນຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.