ໃນວັນທີ 31 ມີນາ 2021, ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປກສ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ.

ພົຕ ວັນທອງ ກອງມະນີ ໄດ້ກ່າວວ່າ:

ການກຳເນີດຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນ ໄດ້ເປັນຢ່າງດີ.

ກຳລັງປ້ອງກັນຄວາມສະຫງົບ ທັງເຄື່ອນໄຫວປ້ອງກັນ, ຝຶກແອບຮ່ຳຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ແລະ ລົງຂົນຂວາຍ-ກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຕະຫຼອດມາ; ເຖິງວ່າໃນເບື້ອງຕົ້ນກຳລັງພວກເຮົາຍັງອ່ອນນ້ອຍ, ການປະກອບອາວຸດພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ກຳລັງປ້ອງກັນຄວາມສະຫງົບ ໄດ້ເດັດດ່ຽວເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານຂອງ ຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ.

ຕະຫຼອດ 60 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫງ່າລາສີ ໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ, ກຳລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ ຕິດພັນກັບ ການອອກແຮງປັບປຸງ-ກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ.

ຜ່ານການປະຕິບັດໜ້າທີ່ການເມືອງຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະທີ່ຜ່ານມາພັກ, ລັດຖະບານໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າ ໄລຍະຜ່ານມາ ສະພາບການພາກພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ. 

ພົຕ ວັນທອງ ກອງມະນີ ກ່າວອີກວ່າ: ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ແຈ້ງໃຫ້ທົ່ວສັງຄົມຮູ້ວ່າ ສໍາລັບການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ໂດຍລວມແລ້ວ ພວກເຮົາໄດ້ກະກຽມ ແລະ ຈັດຕັ້ງປະຕິບັດສຳເລັດຫຼາຍກິດຈະກຳທີ່ຕິດພັນກັບຮູບການ ແລະ ເນື້ອໃນສະເຫຼີມສະຫຼອງ ເປັນຕົ້ນແມ່ນ ການດຳເນີນຊີວິດການເມືອງໃນທົ່ວກຳລັງ, ຂະບວນການເຄື່ອນໄຫວວິຊາສະເພາະ, ຂະບວນການກິລາ, ສິລະປະ, ປະດັບປະດາກົມກອງ, ເຄື່ອນໄຫວປາຖະກະຖາຢູ່ບັນດາກະຊວງ ແລະ ອົງການ.

ປັດຈຸບັນ, ຍັງພຽງບາງກິດຈະກໍາທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດ ວັນສ້າງຕັ້ງກຳລັງ ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ການພົບປະໂອ້ລົມພະນັກງານອາວຸໂສບໍານານ, ລົງຢ້ຽມຢາມຄົນເຈັບ, ອວຍພອນການນໍາຂັ້ນສູງຂອງພັກ-ລັດ ແລະ ດຳເນີນການໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 60 ປີ ຂອງກຳລັງປ້ອງກັນຄວາມສະຫງົບ. ມາຮອດປັດຈຸບັນ, ການກະກຽມດ້ານຕ່າງໆ ແມ່ນມີຄວາມພ້ອມຮອບດ້ານ. 

ທ້າຍສຸດນີ້, ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາປະເທດຊາດ ກໍຄື ກຳລັງປະກອບອາວຸດ ແລະ ປວງຊົນລາວບັນດາເຜົ່າ ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້, ອວຍພອນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນເບີກບານມ່ວນຊື່ນຕໍ່ວັນປະຫວັດສາດອັນສຳຄັນຂອງພວກເຮົາ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ພ້ອມນັ້ນ, ກໍຂໍອວຍພອນໃຫ້ພະນັກງານປະຕິວັດອາວຸ ໂສ, ພະນັກງານລັດຖະກອນ, ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ອູ້ມຊູຊ່ວຍເຫຼືອກໍ່ສ້າງກຳລັງປ້ອງກັນຄວາມສະຫງົບພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.