ພົທ ວິໄລ ຫຼ້າຄໍາຟອງ ລົງກວດກາອາຄານຫຼັງໃໝ່ ກົມໃຫຍ່ພະລາທິການ ປກສ

0
1317

ວັນທີ 2 ເມສາ 2021, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະລົງກວດກາ ໂຄງການກໍ່ສ້າງອາຄານຫຼັງໃໝ່ ກົມໃຫຍ່ພະລາທິການ ປກສ ເພື່ອກວດກາມາດຕະຖານໃນການກໍ່ສ້າງຂອງອາຄານ.

ພັທ ບົວລໍາພູ ຈັນທະວີໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ພະລາທິການ ປກສ ກ່າວຕື່ມວ່າ: ໂຄງການກໍ່ສ້າງອາຄານຫຼັງໃໝ່ ກົມໃຫຍ່ພະລາທິການ ປກສ ເລີ່ມລົງມືຈັດຕັ້ງປະຕິບັດແຕ່ປີ 2018, ມາເຖິງໄລ ຍະໜຶ່ງ ໂຄງການກໍ່ສ້າງໄດ້ສະດຸດ ແລະ ຢຸດເຊົາໃນການກໍ່ສ້າງ.

ດັ່ງນັ້ນ,ກະຊວງ ປກສ ໂດຍສະເພາະແມ່ນຄະນະກົມໃຫຍ່ພະລາທິການ ຈຶ່ງໄດ້ມອບໃຫ້ບໍລິສັດ 3 ເອັດພັດທະນາຈໍາກັດ ເປັນຜູ້ຮັບເໝົາກໍ່ ສ້າງຕໍ່, ຜ່ານການຈັດຕັ້ງປະຕິບັດຂອງບໍລິສັດ ມາເຖິງປັດຈຸບັນ ໂຄງ ການມີຜົນສຳເລັດ ເກືອບ 100% ແລະ ຄາດວ່າ ຈະມີການມອບຮັບໂຄງການດັ່ງກ່າວ ພາຍໃນເດືອນເມສາ ນີ້.

ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3 ເອັດ ພັດທະນາ ຈໍາກັດ ກ່າວວ່າ: ພາຍຫຼັງກະຊວງ ປກສ ໄດ້ອະນຸຍາດໃຫ້ບໍລິສັດຂອງຂ້າພະເຈົ້າ ຮັບຜິດຊອບໂຄງການກໍ່ສ້າງຕໍ່ ຈາກບໍລິສັດຮັບເໝົາກໍ່ສ້າງກ່ອນໜ້ານີ້, ທາງບໍລິສັດໄດ້ເລັ່ງລົງມືກໍ່ສ້າງອາຄານດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ; ຜ່ານການກໍ່ສ້າງ ແລະ ກວດກາຕົວຈິງຂອງຄະນະຮັບຜິດຊອບອາຄານດັ່ງກ່າວ ແມ່ນມີຄວາມສົມບູນແບບ ແລະ ພ້ອມທີ່ຈະເປີດນຳໃຊ້ຢ່າງເປັນທາງ ການ.

ອາຄານຫຼັງດັ່ງກ່າວນີ້,ມີຄວາມຍາວ 62 ແມັດ,ສູງ 22 ເມັດ ມີ 6 ຊັ້ນ ລວມທັງຊັ້ນຈອດລົດ, ເປັນຕຶກອະນິປະສົງ ປະກອບມີຫ້ອງການກົມໃຫຍ່ພະລາທິການ, ບັນດາກົມນ້ອຍຂຶ້ນກັບກົມໃຫຍ່ ແລະ ຫ້ອງການວິຊາສະເພາະ.

ໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ເອົາໃຈໃສ່ກໍ່ສ້າງອາຄານໃຫ້ສຳເລັດກ່ອນຄາດໝາຍ. ພ້ອມທັງເນັ້ນໃຫ້ບໍລິສັດເລັ່ງລົງມືຕິດຕັ້ງ ແລະ ກວດກາລະບົບໄຟຟ້າ, ນໍ້າປະປາໃຫ້ມີຄຸນນະພາບ ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ການປະຕິບັດໜ້າທີ່ ຂອງເຫຼົ່າວິຊາສະເພາະກົມໃຫຍ່ພະລາທິການ.

ນອກນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະກົມໃຫຍ່ພະລາທິການ ຈົ່ງເອົາໃຈໃສ່ຄຸ້ມຄອງຮັກສາອາຄານຫຼັງດັ່ງ ກ່າວໃຫ້ດີ ເພື່ອຮັບປະກັນໃຫ້ສາມາດນໍາໃຊ້ໄດ້ຍາວນານ.

ພາບ-ຂ່າວ: ຈັນສະໝອນ ໝື່ສີ