ໃນວັນທີ 5 ເມສາ 2021 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການ ທະຫານແຂວງຄຳມ່ວນ ເຊິ່ງນຳໂດຍ ພັອ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ; ພ້ອມດ້ວຍຄະນະໄດ້ ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງບັນຊາ ການປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( ວັນທີ 5 ເມສາ 1961-5 ເມສາ 2021 ); ໂດຍການຕ້ອນຮັບຂອງ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງ ບັນຊາການປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວນີ້ ພັອ ຄຳສາຍ ເພັດນວນສີ ກໍໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກໍາລັງປ້ອງກັນຊາດ ແຂວງຄໍາມ່ວນ ກ່າວສະແດງຄວາມອວຍພອນໄຊອັນ ປະເສີດ ມາຍັງຄະນະພັກ-ຄະນະບັນຊາ; ພະນັກງານ-ນັກຮົບ ທົ່ວກຳລັງປ້ອງກັນ ຄວາມສະຫງົບ ທົ່ວແຂວງຄຳມ່ວນ, ຈົ່ງ ມີສຸຂະພາບແຂງແຮງມີພະລານາໄມສົມ ບູນ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໃນໂອກາດທີ່ມີຄວາມໝາຍຄວາມ ສຳຄັນນີ້ ພັທ ສຸວັດ ເທບສົມບັດ ກໍໄດ້ ກ່າວສະແດງຄວາມຂອບໃຈຕໍ່ການເຂົ້າ ມາອວຍພອນຂອງ ຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານແຂວງຄຳມ່ວນໃນຄັ້ງນີ້; ທັງເປັນການເພີ່ມພູນ ຄູນສ້າງ, ຮັດແໜ້ນຄວາມສາມັກຄີລະ ຫວ່າງກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເພື່ອພ້ອມກັນປົກປັກຮັກສາ ທ້ອງຖິ່ນຂອງຕົນໃຫ້ມີຄວາມສະຫງົບ ປອດໄພ 100 %.