ມອບ-ຮັບໂຄງການກໍ່ສ້າງສູນຝຶກວິຊາສະເພາະຕໍາຫຼວດປ້ອງກັນທີ່ຕັ້ງ

0
788

ພິທີມອບ-ຮັບໂຄງການກໍ່ສ້າງສູນຝຶກວິຊາສະເພາະຕໍາຫຼວດປ້ອງກັນທີ່ຕັ້ງ ລະຫວ່າງ ບໍລິສັດ ລິດປັນຍາ ອອກແບບ-ກໍ່ ສ້າງ ຈໍາກັດຜູ້ດຽວ ກັບ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຈັດຂຶ້ນໃນວັນທີ 6 ເມສາ 2021,ໂດຍມີ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ພ້ອມດ້ວຍຮອງລັດຖະມົນຕີ, ມີຫົວໜ້າກົມ, ກອງບັນຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັອ ບຸນແພງ ທິລະສັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກ່າວວ່າ: ໂຄງການກໍ່ສ້າງສູນຝຶກວິຊາສະເພາະຕໍາຫຼວດປ້ອງກັນທີ່ຕັ້ງ ແມ່ນໄດ້ລິເລີ່ມຈາກຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຕໍ່ກັບວຽກງານປ້ອງກັນທີ່ຕັ້ງ ນັບມື້ມີທ່າອ່ຽງເພີ່ມຂຶ້ນ, ທັງເປັນການສືບຕໍ່ປະຕິບັດຍຸດທະສາດພັດທະນາກໍາລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ພັດທະນາກໍາລັງຕໍາຫຼວດປ້ອງກັນທີ່ຕັ້ງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງແນວຄິດ,ການຈັດຕັ້ງ ແລະ ຊໍາ ນິຊໍານານທາງດ້ານວິຊາສະເພາະ ເພື່ອກຽມພ້ອມໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ຈຸດທີ່ຕັ້ງຍຸດທະສາດສໍາຄັນຂອງພັກ-ລັດ, ຂົງເຂດເສດຖະກິດ-ສັງຄົມ,ອົງການຈັດຕັ້ງສາກົນ ທີ່ປະຈໍາ ລາວ.

ທ່ານ ນາງ ສຸນັດຕາ ລິດປັນຍາ ຜູ້ອໍານວຍການບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວ ກ່າວວ່າ: ໃນນາມຜູ້ອໍານວຍການບໍລິສັດ ຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ພັກ-ລັດ ກໍຄື ກະຊວງ ປກສ ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈມອບໃຫ້ບໍລິສັດ ເປັນຜູ້ດໍາເນີນການກໍ່ສ້າງ, ພາຍຫຼັງ ໄດ້ເຊັ່ນສັນຍາຢ່າງເປັນທາງການ ກໍໄດ້ດໍາເນີນກໍ່ສ້າງ ນັບແຕ່ວັນທີ 1 ສິງຫາ 2016 ຮອດວັນທີ 18 ກຸມພາ 2020 ໄດ້ສໍາເລັດ 100% ໃນມູນຄ່າ 44.999.000.000 ກີບ.

ໂດຍມີອາຄານຫ້ອງຮຽນ-ຫ້ອງປະຊຸມ ແລະ ຫ້ອງເຮັດວຽກ 2 ຊັ້ນ ຂະໜາດ 44X52 ແມັດ 1 ຫຼັງ,ສະໂມສອນ ຂະໜາດ 25X52 ແມັດ1 ຫຼັງ, ຫໍພັກພະນັກງານໂສດ 2 ຊັ້ນ ຂະໜາດ 8X43 ແມັດ 1 ຫຼັງ, ຫໍພັກນັກຮຽນ 3 ຊັ້ນ ຂະໜາດ 11X54 ແມັດ 1 ຫຼັງ, ເຮືອນຄົວລວມ ແລະ ຫ້ອງກິນ ເຂົ້າ ຄູ-ອາຈານ ຂະໜາດ 8X20 ແມັດ 1 ຫຼັງ, ຫ້ອງນໍ້າລວມ ຂະໜາດ 12X24 ແມັດ 1 ຫຼັງ, ປ້ອມຍາມຕໍ່າ ຂະໜາດ 2X2 ແມັດ 2 ຫຼັງ, ເຮືອນໄຟຟ້າ ແລະ ນໍ້າປະປາ ຂະໜາດ 2,5X2,5 ແມັດ 1 ຫຼັງ, ປະຕູໂຂງທາງເຂົ້າ ແລະ ປະຕູທາງເຂົ້າ-ອອກສຸກເສີນ, ເທເດີ່ນເປຕົງບ່ອນເຄົາລົບທຸງ, ຫຼັກເສົາທຸງ, ບ່ອນຈອດລົດ, ທາງດິນແດງ ແລະ ປູກຫຍ້າ-ຕົ້ນໄມ້ປະດັບ, ອ່າງເກັບນ້ໍາ ແລະ ເຈາະນໍ້າບາດານ 3 ຊຸດ, ດຶງຕາຂ່າຍໄຟຟ້າ, ຕິດຕັ້ງໝໍ້ແປງ 500 kva ແລະ ຕິດຕັ້ງເສົາໄຟເຢືອງທາງພາຍໃນສູນ,ສ້າງກໍາແພງຮົ້ວຕໍ່ດ້ວຍເຫຼັກອ້ອມຕອນດິນທັງໝົດ ແລະ ມອບໂຄງການດັ່ງກ່າວໃຫ້ແກ່ກອງບັນຊາການປ້ອງກັນທີ່ຕັ້ງຄຸ້ມຄອງນໍາໃຊ້ເຂົ້າໃນວຽກງານຕໍ່ໄປ.

ຫຼັງຈາກນັ້ນ, ກໍໄດ້ມີພິທີຕັດແຖບຜ້າ, ລັ່ນຄອງ 9 ບາດ ແລະ ປ່ອຍແຖມຜ້າມອບ-ຮັບໂຄງການ ໂດຍລັດຖະມົນຕີ, ເຈົ້າຂອງໂຄງການ, ປະທານບໍລິ ສັດຜູ້ຮັບເໝົາກໍ່ສ້າງ ແລະ ຕາງໜ້າກົມໃຫຍ່ພະລາທິການ ປກສ ຢ່າງເປັນທາງການ.

ພາບ-ຂ່າວ: ແກ້ວ ອຸເພັດ