ໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ເປີດຊຸດຮຽນກໍ່ສ້າງວິຊາສະເພາະ ຮຸ່ນທີ 22

0
977

ວັນທີ 9 ເມສາ 2021, ໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ໄດ້ຈັດພິທີເປີດຊຸດຮຽນກໍ່ສ້າງວິຊາສະເພາະປ້ອງກັນຄວາມສະຫງົບ ຮຸ່ນທີ 22,ໂດຍການເປັນປະທານຂອງ ພັທ ບຸນເຍືອງ ພົມມະບຸດ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ,ມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວ ໜ້າກົມໃຫຍ່ການເມືອງ ປກສ, ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານນັກຮົບ ແລະ ນັກຮຽນເຂົ້າຮ່ວມ.

ພັທ ບຸນເຍືອງ ພົມມະບຸດ ກ່າວວ່າ: ການເປີດຊຸດຮຽນແມ່ນເພື່ອກໍ່ສ້າງ ແລະ ພັດທະນາບຸກຄະລາກອນໃນກຳລັງປ້ອງກັນຄວາມສະຫງົບໃຫ້ມີຄຸນນະທຳ, ຈະລິຍະທໍາ ມີລະບຽບວິໄນເຂັ້ມງວດ ສ້າງໃຫ້ຮັກໃນອາຊີບ, ມີບຸກຄະລິກະພາບ ແລະ ມະນຸດສໍາພັນດີ, ເພື່ອສ້າງເງື່ອນໄຂໃຫ້ນັກຮຽນທີ່ຮຽນຈົບຫຼັກສູດນີ້ສາມາດຍົກລະດັບໃນຂັ້ນຕໍ່ໄປ, ທັງກໍາແໜ້ນພື້ນຖານທິດສະດີການເມືອງ, ກົດໝາຍ, ວິຊາສະເພາະສາມາດໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການປະຕິບັດໜ້າທີ່ວິຊາສະເພາະ. ສໍາລັບການຮຽນແມ່ນກຳນົດການຮຽນ-ການສອນ 1 ປີ ມີ 365 ວັນເທົ່າກັບ 2.555 ຊົ່ວໂມງ, ການສິດສອນຕົວຈິງໃນ 5 ວັນ ມີ 35 ຊົ່ວໂມງ/ອາທິດ, ໃນນັ້ນ ມີວັນເປີດ-ປິດ 2 ວັນ, ວັນແຮບຸນຕ່າງໆ 13 ວັນ ວັນພັກ ເສົາ-ອາທິດ 96 ວັນ ແລະ ວັນຮຽນຕົວຈິງ 254 ວັນ, ມີ1.778 ຊົ່ວໂມງ.

ສໍາລັບການສິດສອນ ແມ່ນໃຊ້ຮູບການບັນລະຍາຍ, ອະທິບາຍ, ຍົກຕົວຢ່າງ, ສົນທະນາຖາມຕອບ ແລກປ່ຽນຄວາມຄິດຄວາມເຫັນ, ມີຮູບການສ້າງຂະບວນການຮຽນຮູ້ ຫຼື ການເຮັດກິດຈະກຳ, ການເຮັດແບບທົດລອງປະຕິບັດຕົວຈິງ ແລະ ເຮັດແບບສອບເສັງປະຈຳແຕ່ລະພາກວິຊາຮຽນ ຮຽນແລ້ວຕ້ອງມີການກວດກາໄປຕາມວິຊາໃນພາກທິດສະດີ ແລະ ພາກປະຕິບັດຕົວຈິງ. ຮູບການສອບເສັງແມ່ນນໍາໃຊ້ຮູບການເສັງປາກເປົ່າ, ຮູບການສຳພາດຂຽນຕອບຄໍາຖາມ ແລະ ຮູບການເຮັດຕົວຈິງ, ສ່ວນວິຊາເສັງຈົບຊັ້ນແມ່ນກໍານົດເອົາ 3 ວິຊາຫຼັກ ຄື : ການເມືອງ ,ກົດໝາຍ ແລະ ວິຊາສະເພາະ ມາດ ຕາສ່ວນການໃຫ້ຄະແນນ ແມ່ນໄດ້ກໍານົດໄວ້ແລ້ວໃນຫຼັກສູດເປັນອັນສະເພາະ. ສ່ວນໝວດວິຊາທີ່ບັນຈຸໃນການສິດສອນ ປະກອບມີ 3 ໝວດວິຊາຫຼັກ ແລະ 1 ວິຊານອກຫຼັກສູດ ຄື: ວິຊາເບື້ອງຕົ້ນຂອງກຳລັງ ປກສ ( ວິຊານອກ ),ວິຊາຄວາມຮູ້ທົ່ວ ແລະ ວິຊາໝວດພື້ນຖານວິຊາສະພາະ,ໝວດວິຊາປ້ອງກັນຄວາມສະຫງົບ.

ໂອກາດດັ່ງກ່າວ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ເນັ້ນໃຫ້ນັກຮຽນຕ້ອງໄດ້ສ້າງຂະບວນການແຂ່ງຂັນ, ຮຽນດີ, ຮຽນເກັ່ງ ຝຶກຝົນຫຼໍ່ຫຼອມຕົນ ເອງໃຫ້ເປັນຄົນດີ ແລະຫ່າງໄກສິ່ງເສບຕິດອື່ນໆ ຫຼື ເອີ້ນກັນວ່າ: ວິທີການສຶກສາ ຫຼື ສະໜາມຮົບແຫ່ງການສຶກສາ ເປັນພາລະກິດໜຶ່ງ,ຕ້ອງໄດ້ທຸ້ມເທເຫື່ອແຮງສະຕິປັນຍາເພື່ອບັນທຶກເອົາການຖ່າຍທອດຂອງຄູ-ອາຈານເປັນການປູພື້ນ, ປູກຈິດສໍານຶກເພີ່ມຄວາມຮັບຮູ້ທາງດ້ານທິດສະດີເຂົ້າເຈືອຈານກັບຂະ ບວນການວຽກງານຕົວຈິງ. ສະນັ້ນ, ບັນດາສະຫາຍນັກຮຽນທຸກຄົນຕ້ອງສຸມໃສ່ການຄົ້ນຄວ້າຮໍ່າຮຽນ, ຮຽນດີຮຽນເກັ່ງມີສະຕິຕໍ່ການຈັດຕັ້ງ ມີລະບຽບວິໄນ, ມີຄວາມດຸໝັ່ນອົດທົນພະຍາຍາມເພື່ອເຮັດລ້ອນໜ້າທີ່ການເມືອງຂອງຕົນ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ