ໃນວັນທີ 5 ພຶດສະພາ 2021, ພັທ ເນັ່ງສີດາ ເບຼຍລືມົວ ຫົວໜ້າຫ້ອງການບັນຊາການທະຫານ ແຂວງບໍ່ແກ້ວ ແລະ ພັທ ອິນວົງ ວັນນະຈອມຈັນ ຫົວໜ້າຫ້ອງການ ປກສ ແຂວງ ພ້ອມທີມງານ ໄດ້ສືບຕໍ່ປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະຍາດລະບາດໂຄວິດ-19 ຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມລາດຕະເວນຕາມຂອບເຂດຊາຍແດນ ລາວ-ໄທ ແຕ່ຈຸດບ້ານປາກງາວ – ບ້ານຫ້ວຍທຸຍ.

ເຊິ່ງການປະຕິບັດວຽກງານລາດຕະເວນຄັ້ງນີ້ ກໍເພື່ອປະຕິບັດຕາມມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ເວົ້າລວມ, ເວົ້າສະເພາະ ການເພີ່ມທະວີກໍາລັງເຂົ້າໃນວຽກງານປ້ອງກັນເວນຍາມຂອບເຂດຊາຍແດນ ໂດຍໄດ້ຈັດຕັ້ງກຳລັງອ້າຍນ້ອງລາດຕະເວນທັງເວັນທັງຄືນທາງບົກ ແລະ ທາງນ້ຳ ຕະຫລອດ 24 ຊົ່ວໂມງ.

ໃນແຕ່ລະຈຸດຮັບຜິດຊອບຂອງເມືອງຫ້ວຍຊາຍ ເຊິ່ງເປັນເຂດຊາຍແດນຕິດຈອດກັບ ຣາຊາອານາຈັກໄທ, ໂດຍໃນໄລຍະຜ່ານມາ ເຂດດັ່ງກ່າວກໍຍັງມີບຸກຄົນຈຳນວນໜຶ່ງທີ່ຝ່າຝືນມາດຕະການທີ່ຂັ້ນເທິງວາງອອກ ໂດຍສະເພາະແມ່ນ ບັນຫາປະກົດການຫຍໍ້ທາງສັງຄົມ ເຊັ່ນ: ການຄ້າຂາຍເຖືອນ, ຄ້າຢາເສບຕິດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ.

ພ້ອມນັ້ນ, ສອງກຳລັງ (ທະຫານ-ຕຳຫຼວດ) ຍັງໄດ້ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດຕໍ່ບຸກຄົນທີ່ກະທຳຜິດ. ເຖິງຢ່າງໃດກໍຕາມ, ພວກເຮົາກໍຈະສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດຮັບຜິດຊອບຂອງຕົນເອງ ມີຄວາມສະຫງົບໂດຍພື້ນຖານ ແລະ ເພື່ອເປັນການແນໃສ່ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ ໃຫ້ຫຼຸດລົງເປັນກ້າວໆ.