ໃນວັນທີ 10 ພຶດສະພາ 2021, ບັນດາບໍລິສັດ ແລະ ພະແນກການ ອ້ອມຂ້າງ ແຂວງໄຊຍະບູລີ ໄດ້ນໍາເອົາເງິນ ແລະ ອຸປະກອນປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ມາມອບໃຫ້ ຫ້ອງວ່າການ ແຂວງໄຊຍະບູລີ ເພື່ອເປັນການສືບຕໍ່ຕອບໂຕ້, ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວ ໃຫ້ມີຄວາມຮັບປະກັນ.

ໂດຍການອຸປະກອນໃນຄັ້ງນີ້ ລວມມີ:

  • ຜ້າອັດປາກ-ອັດດັງ
  • ຈຽວລ້າງມື
  • ເຄື່ອງດື່ມ

ສ່ວນການມອບເງິນ ມີບັນດາບໍລິສັດດັ່ງນີ້:

  • ບໍລິສັດ ເບຍລາວ ມອບເງິນສົດຈໍານວນ 100 ລ້ານກີບ
  • ບໍລິສັດ ຈໍາປາຄໍາ ມອບເງິນສົດ 5 ລ້ານກີບ
  • ພະແນກແຜນການ ແລະ ການລົງທຶນແຂວງ ມອບເງິນສົດ 2 ລ້ານກີບ
  • ພະແນກໂຍທາທິການ ແລະ ຂົນສົ່ງແຂວງ 3 ລ້ານກີບ
  • ພະແນກການເງິນແຂວງ 1 ລ້ານກີບ
  • ທະນາຄານການຄ້າຕ່າງປະເທດລາວ 5 ລ້ານກີບ
  • ບໍລິສັດ ແສງເພັດ ເກັບກູ້ລະເບີດ 10 ລ້ານກີບ
  • ຮ້ານຂາຍຢາ ມຸງຄຸນໄຊຍະບູລີ ຮ່ວມກັບ ຮ້ານຂາຍຢາ ແກ້ວມະນີໂຊດ ນະຄອນຫຼວງວຽງຈັນ ມອບອຸປະກອນປ້ອງກັນໂຄວິດ-19 ມູນຄ່າ 10 ລ້ານກີບ
  • ບໍລິສັດ ໄຟຟ້າ ສາຂາແຂວງໄຊຍະບູລີ ມອບເຄື່ອງປ້ອງກັນໂຄວິດ ແລະ ນໍ້າດື່ມ ມູນຄ່າ 2 ລ້ານກີບ
  • ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອານຸສອນ ມອບເຄື່ອງປ້ອງກັນໂຄວິດ-19, ເຄື່ອງອຸປະໂພກ, ບໍລິໂພກ ມູນຄ່າ 1,5 ລ້ານກີບ

ສຳລັບການກ່າວຮັບເອົາການຊ່ວຍເຫຼືອຄັ້ງນີ້ ແມ່ນມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ​ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ ແລະ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການແຂວງ ກ່າວຮັບຕາມລໍາດັບ.