ໃນວັນທີ 19 ພຶດສະພາ 2021, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Vladimir KALININ ເອກອັກຄະລັດຖະທູດແຫ່ງ ປະເທດລັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ; ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືຂອງສອງອົງການຈັດຕັ້ງກໍຄືສອງປະເທດ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດແຫ່ງປະເທດ ລັດເຊຍ ໄດ້ປຶກສາຫາລືກ່ຽວກັບວຽກງານຕ່າງໆ ໂດຍສະເພາະແມ່ນວຽກງານປ້ອງກັນຄວາມສະຫງົບຄື: ການສືບຕໍ່ຮ່ວມມືກັນແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເປັນຕົ້ນແມ່ນ: ບັນຫາຄ້າ-ຂາຍ ຢາເສບຕິດ, ສິ່ງຜິດກົດໝາຍ, ອາວຸດເສິກ ແລະ ການຄ້າມະນຸດຂ້າມຊາດ ແລະອື່ນໆ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ທີ່ສໍາຄັນຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອຄົນລັດເຊຍກັບຄືນປະເທດຢ່າງປອດໄພຈາກການຄ້າມະນຸດ; ໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ລາວ-ລັດເຊຍ ແມ່ນມີສາຍພົວພັນກັນມາຢ່າງຍາວນານ, ແຕ່ອະດີດເຖິງປັດຈຸບັນ ສປປ ລາວ ໄດ້ຮັບສະໜູບສະໜູນ, ການຊ່ວຍເຫຼືອຈາກລັດເຊຍຕະຫຼອດມາ, ສະນັ້ນ ສປປ ລາວ ເວົ້າລວມ, ເວົ້າສະເພາະກະຊວງປ້ອງກັນຄວາມສະຫງົບ ພວກເຮົາພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນໃຫ້ການຊ່ວຍເຫຼືອທຸກໆວຽກງານໃນເງື່ອນໄຂທີ່ຈະເຮັດໄດ້ ແລະ ພ້ອມຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືອັນດີງາມດັ່ງກ່າວໃຫ້ແໜ້ນແຟນຂຶ້ນເລື່ອຍໆ.