ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງຫຼວງນ້ຳທາ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2021, ໂດຍການເປັນປະທານຂອງ ທ່ານ ໄຊພອນ ຄຸນສີລິເຮືອງ ປະທານສະພາປະຊາຊົນແຂວງຫຼວງນ້ຳທາ ຊຸດທີ I; ໂດຍມີ ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ, ມີບັນດາການນໍາຂອງແຂວງ-ເມືອງ, ອະດີດການນໍາ, ອະດີດສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, 2 ກອງບັນຊາການຂອງແຂວງ, ພະແນກການ, ອົງການທຽບເທົ່າ ແລະ ບັນດາແຂກຮັບເຊີນ ຕະຫຼອດຮອດສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.

ທ່ານ ໄຊພອນ ຄຸນສີລິເຮືອງ ກ່າວວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ, ຍົກລະດັບຂີດຄວາມສາມາດໃນການເຄື່ອນໄຫວວຽກງານທາງດ້ານນິຕິກຳການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ, ຕິດຕາມການກວດກາປະຕິບັດລັດຖະຖຳມະນູນ, ກົດໝາຍຂອງອົງການລັດ ອັນໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມແຫ່ງການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ.

ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງກຳນົດ 5 ແຜນງານ ຄື: ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ (ຂໍ້ຕົກລົງຂອງເຈົ້າແຂວງ) ໃຫ້ມີຄວາມສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະໃໝ່; ຮັບປະກັນການຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ຄົບຖ້ວນ ແລະ ນໍາສົ່ງເອກະສານໃຫ້ສະພາປະຊາຊົນແຂວງ ທັນຕາມກໍານົດເວລາ; ເພີ່ມທະວີຄວາມຮັບຜິດຊອບຂອງສະມາຊິກສະພາປະຊາຊົນແຂວງ ໃນການເກັບກໍາຂໍ້ມູນ, ຄົ້ນຄວ້າປະກອບຄໍາເຫັນ ຕໍ່ເນື້ອໃນຕ່າງໆໃນກອງປະຊຸມຢ່າງເລິກເຊິ່ງ; ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືໃຫ້ມີຄວາມເປັນເອກະພາບກັບເນື້ອໃນຕ່າງໆຂອງກອງປະຊຸມສະພາປະຊາຊົນແຂວງ, ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ; ເສີມຂະຫຍາຍຄວາມເປັນເຈົ້າການຂອງກົງຈັກເສນາທິການ ໃນການຄົ້ນຄວ້າ, ວິເຄາະວິໄຈຂໍ້ມູນ ໃຫ້ລະອຽດເລິກເຊິ່ງ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງປະຕິບັດ ແລະ ແກ້ໄຂໃຫ້ທັນເວລາ, ຮັບປະກັນທາງດ້ານຄຸນນະພາບ ແນໃສ່ຕອບສະໜອງຕາມຄວາມຕ້ອງການໜ້າທີ່ການເມືອງ ເພື່ອຜັນຂະຫຍາຍເປັນແຜນການວຽກງານການຕ່າງປະເທດ ຂອງສະພາປະຊາຊົນແຂວງຢ່າງມີຈຸດສຸມ ແນ່ໃສ່ເສີມຂະຫຍາຍສາຍພົວພັນຮ່ວມມືກັບບັນດາປະເທດເພື່ອມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ແລະ ສປ ຈີນ ໃຫ້ນັບມື້ມີຄຸນນະພາບເປັນກ້າວໆ.

ນອກນີ້, ກອງປະຊຸມກໍໄດ້ພິຈາລະນາຮັບຮອງເອົາ ທ່ານ ຄຳຟອງ ອີນມະນີ ຮອງເລຂາພັກແຂວງ ເປັນປະທານສະພາປະຊາຊົນ ແຂວງຫຼວງນ້ຳທາ ຊຸດທີ II, ຮັບຮອງເອົາ ທ່ານ ກົງເພັດ ແກ້ວບົວພາ ແລະ ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ເປັນຮອງປະທານ, ພ້ອມທັງໄດ້ເລືອກກໍາມະການຄະນະປະຈຳສະພາປະຊາຊົນແຂວງ ຈຳນວນ 4 ທ່ານ; ພິຈາລະນາຮັບຮອງເອົາໂຄງປະກອບການຈັດຕັ້ງຂອງສະພາປະຊາຊົນແຂວງ ຊຸດທີ II, ແຕ່ງຕັ້ງເປັນປະທານຄະນະກໍາມະການ, ເລຂາທິການ ແລະ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງ; ຮັບຮອງເອົາກົງຈັກ ແລະ ບຸກຄະລາກອນຂອງແຂວງ ເປັນຕົ້ນແມ່ນຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງຕື່ມອີກ.