ພົຈວ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ເຄື່ອນໄຫວພົບປະ ແລະ ຊີ້ນຳວຽກງານວິຊາສະເພາະ ຢູ່ກອງບັນຊາການ ປກສ 3 ເມືອງລຽບມ້າຄື: ເມືອງສົບເບົາ, ເມືອງຊຽງຄໍ້ ແລະ ເມືອງແອດ ໃນລະຫວ່າງວັນທີ 2-3 ມິຖຸນາ 2021; ໂດຍມີຫົວໜ້າກອງບັນຊາການທັງ 3 ເມືອງ ພ້ອມຄະນະໃຫ້ການຕ້ອນຮັບ.

ຫົວໜ້າກອງບັນຊາການ ປກສ ເມືອງທັງ 3 ເມືອງ ໄດ້ລາຍງານກ່ຽວກັບການຊີ້ນຳ-ນຳພາກຳລັງ ປກສ ເມືອງ ໃນໄລຍະຜ່ານມາເປັນຕົ້ນແມ່ນການນຳພາດ້ານການເມືອງ-ແນວຄິດ, ເຮັດໃຫ້ຄະນະພັກແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບ ຢູ່ຮາກຖານ ມີຄວາມໝັກແໜ້ນ ທາງດ້ານການເມືອງ-ແນວຄິດ; ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ໆການຈັດຕັ້ງມອບໝາຍໃຫ້, ດ້ານວິຊາສະເພາະ ໄດ້ມີການປັບປຸງໃຫ້ເຂັ້ມແຂງຂຶ້ນກວ່າເລື້ອຍໆ, ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໂດຍສະເພາະແມ່ນການປ້ອງກັນສະກັດກັ້ນ ແລະ ແກ້ໄຂກຸ່ມຄົນບໍ່ດີເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ.

ໃນໂອກາດດັ່ງກ່າວນີ້, ພົຈວ ແອນ ອຸ່ນອານົງນຸດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບທຸກສະຫາຍ ພາຍໃນກອງບັນຊາການ ປກສ ເມືອງ ທັງ 3 ເມືອງ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍດ້ານດີ, ຜົນງານທີ່ເປັນມູນເຊື້ອ ແລະ ເພີ່ມທະວີປັບປຸງແກ້ໄຂຂໍ້ຄົງຄ້າງທີ່ເປັນບັນຫາຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວ; ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົມໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີທັດສະນະຄຸນສົມບັດດີ, ມີລະບຽບວິໄນເຂັ້ມງວດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມສາມັກຄີແໜ້ນແຟ້ນ, ມີແບບແຜນໃນການເຄື່ອນໄຫວວິຊາສະເພາະໃຫ້ຖືກຕ້ອງຕາມກົດໝາຍ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກຳລັງໃຫ້ໝົດໄປ; ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານ, ປຸກລະດົມປະຊາຊົນ ໃຫ້ເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບ ທາງດ້ານການເມືອງ; ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ຫຼຸດໜ້ອຍລົງ, ພ້ອມທັງສືບຕໍ່ສາຍພົວພັນມິດຕະພາບ ຫັດແໜ້ນຄວາມສາມັກຄີີ ລະຫວ່າງຊາຍແດນ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ, ແນໃສ່ຄຸ້ມຄອງ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ລຽບຕາມຊາຍແດນ ໃຫ້ມີຄວາມສະຫງົບ ແລະ ຖືກຕ້ອງຕາມກົດໝາຍ.