ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 7–8 ມິຖຸນາ 2021, ເປັນປະທານໂດຍ ສະຫາຍ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ບັນດາຄະນະພັກ-ຄະນະຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ຄະນະພັກ-ກອງບັນຊາການ ປກສ  7 ຕົວເມືອງ, ຄະນະໜ່ວຍພັກ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ພາຍຫຼັງທີ່ສະຫາຍປະທານໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ກໍໄດ້ພັດປ່ຽນກັນຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ຄັ້ງທີ 3 ສະໄໝທີ III ແລະ ບົດສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ໃນໄລຍະ 3 ເດືອນຜ່ານມາ, ເຊິ່ງໄດ້ສະຫຼຸບຕີລາຄາຄືນ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງວາງທິດທາງແຜນການໄລຍະ 3 ເດືອນຕໍ່ໜ້າ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ,

ໃນພິທີຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານຄໍາແນະນໍາຂອງ ກົມກວດກາ-ກວດການ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 408/ກກ.ປກສ ລົງວັນທີ 20 ພຶດສະພາ 2021 ກ່ຽວກັບ ການແຈ້ງຊັບສິນ ແລະ ລາຍຮັບຂອງກໍາລັງປ້ອງກັນຄວາມສະຫງົບ ປີ 2021, ເອກະສານບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມືລະຫວ່າງ ລາວ-ຫວຽດນາມ ປະຈໍາປີ 2020, ເນື້ອໃນບົດບັນທຶກຂໍ້ຕົກລົງພົບປະລະຫວ່າງ ກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດ ຫວຽດນາມ ວັນທີ 05 ທັນວາ 2021.

 ການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດບັດສີນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ ກໍຄື ການຊີ້ນໍາ-ນໍາພາຂອງ ຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ. ນອກນັ້ນ, ຄະນະພັກ ຍັງໄດ້ຖືເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນບັນຫາສໍາຄັນ ເພື່ອຂະຫຍາຍມະຫາຊົນຜູ້ກ້າວໜ້າ ແລະ ມີຜົນງານດີເດັ່ນໃນຂະບວນການວຽກງານວິຊາສະເພາະຕົວຈິງ ຂະຫຍາຍພັກໃຫ້ຖືກຕ້ອງຕາມລະບຽບຂອງ ພັກປະຊາຊົນ ປະຕິວັດລາວ ວາງອອກຢ່າງເຂັ້ມງວດ.

ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບເລກທີ 5643/ກປທ ລົງວັນທີ 21 ທັນວາ 2021 ວ່າດ້ວຍ ການມອບຫຼຽນໄຊພິລະອາດຫານ ຊັ້ນ III ແລະ ໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່, ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນລາວ-ໄທ ໃນໄລຍະ 2 ປີຜ່ານມາ ຈໍານວນ 24 ສະຫາຍ ຍິງ 2 ສະຫາຍ ດັ່ງນີ້:

  • ມອບຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 4 ສະຫາຍ
  • ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈໍານວນ 10 ສະຫາຍ
  • ໃບຍ້ອງກົມໃຫ່ຍການເມືອງປ້ອງກັນປະເທດ ຈໍານວນ 10 ສະຫາຍ ຍິງ 2 ສະຫາຍ
  • ມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ ຫ້ອງຕໍາຫຼວດ ປກສ ແຂວງ 1 ກົມກອງ

ໂອກາດດຽວກັນ, ຍັງໄດ້ໃຫ້ກຽດຕ້ອນຮັບ ແລະ ຮັບຟັງຄໍາເຫັນໂອ້ລົມ ສະຫາຍ ປອ ກອງແກ້ວ ໄຊສົງຄົມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ແລະ ໜັກແໜ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ ໃນໄລຍະໃໝ່ ເພື່ອຍົກສູງບົດບາດການນໍາພາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກໍາລັງປ້ອງກັນຄວາມສະຫງົບ.

ພ້ອມກັນນັ້ນ, ຄະນະພັກ-ຄະນະບັນຊາທຸກ, ພະນັກງານ-ນັກຮົບທຸກຂັ້ນ ຕ້ອງເພີ່ມທະວີຄວາມສາມັກຄີເປັນປືກແຜ່ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງບົນພື້ນຖານແນວທາງ ແລະ ຫຼັກການຂອງພັກ, ສືບຕໍ່ຮັກສາມູນເຊື້ອທາດແທ້ຂອງການປະຕິວັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ດັ່ງຄໍາເວົ້າຂອງ ທ່ານປະທານ ໄກສອນ ພົມວິຫານ ທີ່ວ່າ: ຢາກມີຄວາມສາມັກຄີທີ່ແໜ້ນແກ່ນ ຕ້ອງມີການຕໍ່ສູ້, ຕໍ່ສູ້ເພື່ອຄວາມສາມັກຄີ ແລະ ເພື່ອຄວາມປອດໃສຂາວສະອາດພາຍໃນພັກ.

ນອກຈາກນີ້, ຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີທີ່ທັນສະໄໝ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃຫ້ມີຄວາມຖືກຕ້ອງ, ຮັບປະກັນດ້ານການເມືອງ, ວິຊາສະເພາະ ແລະ ກົດໝາຍ ເພື່ອແນໃສ່ຮັກສາສະຖານລະພາບທາງດ້ານການເມືອງ, ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.