ກອງປະຊຸມວຽກງານຄຸ້ມຄອງຊາຍແດນ ຄັ້ງທີ V ປະຈຳປີ 2021 ລະຫວ່າງ ກອງບັນຊາການ ປກສ 3 ແຂວງພາກເໜືອ (ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ) ແຫ່ງ ສປປ ລາວ ກັບ ກອງບັນຊາການຄຸ້ມຄອງຊາຍແດນ ກິ່ງແຂວງສິບສອງພັນນາ ດ່ານກວດກາຄົນເຂົ້າ-ອອກເມືອງ ບໍ່ຫານ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2021 ຢູ່ທີ່ດ່ານກວດກາຄົນເຂົ້າ-ອອກເມືອງ ບໍ່ຫານ ແຫ່ງ ສປ ຈີນ; ຝ່າຍລາວນຳໂດຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ພ້ອມດ້ວຍຄະນະກອງບັນຊາການ ປກສ 3 ແຂວງພາກເໜືອ. ຝ່າຍຈີນນຳໂດຍ ພັອ ພິເສດ ເຊີນປີງ ຫົວໜ້າການເມືອງກອງບັນຊາການຄຸ້ມຄອງຊາຍແດນ ກິ່ງແຂວງສິບສອງພັນນາ ແລະ ແຂວງຢູນນານ ພ້ອມດ້ວຍຄະນະ.

ສໍາລັບທິດທາງໃນຕໍ່ໜ້າ ທັງສອງຝ່າຍຍັງເຫັນດີ ແລະ ເປັນເອກະພາບ ສືບຕໍ່ເພີ່ມທະວີການຮ່ວມມືຄຸ້ມຄອງ, ສືກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍຕໍ່ປະຊາຊົນທີ່ຢູ່ລຽບຕາມຊາຍແດນ, ໃຫ້ເຂົ້າເຈົ້າມີໃນການປ້ອງກັນການລັກລອບເຂົ້າ-ອອກເມືອງ, ການລັກລອບປະກອບອາຊີບ ແລະ ການກະທຳທີ່ຜິດຕໍ່ລະບຽບກົດໝາຍ ສົ່ງຜົນກະທົບຕໍ່ການຄຸ້ມຄອງຊາຍແດນ ເພື່ອສ້າງຮາກຖານແກ້ໄຂຕ້ານການກໍອາດຊະຍາກຳຂ້າມແດນໃຫ້ມີຄວາມໝັ້ນຄົງ; ເພີ່ມທະວີລົງເລິກການຮ່ວມມືຂົງເຂດວຽກງານຕ້ານການກໍ່ການຮ້າຍ, ການກະທຳຜິດກົດໝາຍຂ້າມແດນໃຫ້ເຂັ້ມງວດ ແລະ ເພີ່ມທະວີໃນວຽກງານປາບປາມພວກເສບຢາເສບຕິດ ເພື່ອບຳບັດຄວບຄຸມຜູ່ຕິດຢາເສບຕິດ ໃຫ້ຫຼຸດນ້ອຍຖອຍຫຼົງ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ປັບປຸງລະບົບແຈ້ງຂ່າວກ່ຽວກັບການປ້ອງກັນການລະບາດຂອງພະຍາດ, ພ້ອມທັງຊີ້ນຳໜ່ວຍງານຮາກຖານທີ່ກ່ຽວຂ້ອງ ເພື່ອປະສານງານຮອບດ້ານຢູ່ຈຸດຕ່າງໆ.

ໂອກາດດັ່ງກ່າວ, ກອງບັນຊາການຄຸ້ມຄອງຊາຍແດນ ກິ່ງແຂວງສິບສອງພັນນາ ດ່ານກວດກາຄົນເຂົ້າ-ອອກເມືອງ ບໍ່ຫານ ສປ ຈີນ ກໍໄດ້ມອບເຄື່ອງຊ່ວຍເຫຼື່ອອຸປະກອນການແພດ ໃຫ້ກອງບັນຊາການ ປກສ 3 ແຂວງພາກເໜືອ ສປປ ລາວ ຈຳນວນ 96 ແກັດ; ປະກອບມີ ເຄື່ອນຸ່ງປ້ອງກັນພະຍາດໃຊ້ໄດ້ເທື່ອດຽວ 1.500 ຊຸດ, ຜ້າອັດປາກ N9 ຈຳນວນ 1.620 ອັນ, ຜ້າອັດປາກໃຊ້ໄດ້ເທື່ອດຽວ 1.200 ອັນ, ຖົງມືໃຊ້ໄດ້ເທື່ອດຽວ 4.200 ຄູ່ ແລະ ໜ້າກາກບັງໃບໜ້າ 2.400 ອັນ.