ວັນທີ​ 1​ ກໍລະກົດ​ 2021​ ນີ້,​  ພັອ ກົງຈັນ​ ໄຊ​ປັນຍາ​  ຫົວໜ້າກອງບັນຊາການ ປກສ​ ແຂວງ ບໍລິຄໍາໄຊ  ພ້ອມດ້ວຍຄະນະ​ ໄດ້ລົງຕິດຕາມກວດກາ ແລະ​ ຊີ້ນໍາວຽກງານວິຊາສະເພາະ ຢູ່ກອງບັນຊາການ​ ປກສ​ ເມືອງ​ຄໍາ​ເກີດ​ ແຂວງບໍລິຄໍາໄຊ​; ມີ ພັທ ລໍາເງິນ ພະບາດ​ໄຊ​   ຫົວໜ້າກອງບັນຊາການ​ ປກສ​ ເມືອງ​ຄໍາເກີດ ພ້ອມດ້ວຍຄະນະ ເຂົ້າຮ່ວມ.​

ໄລຍະ 6 ເດືອນຕົ້ນປີ 2021 ເມືອງຄໍາເກີດ ເຫັນບາງເຫດການທີ່ພົ້ນເດັ່ນທີ່ເກີດຂື້ນເຊັ່ນ: ການສໍ້ໂກງຊັບ, ການທໍາມິດສະຈານ, ຂົ່ມຂືນທໍາຊໍາເລົາ, ການຊື້-ຂາຍຊັບຜິດກົດໝາຍ, ການລັກຂຸດຄົ້ນແຮ່ທາດ, ການຄ້າ-ຂາຍຢາເສບຕິດ, ການກໍ່ອາລະວາດຕີກັນ, ການໃຊ້ສື່ສັງຄົມອອນລາຍເພື່ອໃສ່ຮ້າຍປ້າຍສີເຈົ້າໜ້າທີ່ ແລະ ບັນຫາອຸປະຕິເຫດຕາມທ້ອງຖະໜົນ ກໍ່ຍັງເກີດຂື້ນຫຼາຍ ແລະ ເປັນສິ່ງທ້າທ້າຍ ໃຫ້ກໍາລັງປ້ອງກັນຄວາມສະຫງົບເມືອງຄໍາເກີດ ຕ້ອງໄດ້ເອົາໃຈໃສ່ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມຊໍານິຊໍານານດ້ານວຽກງານວິຊາສະເພາະ ເພື່ອກຽມພ້ອມຮັບມືກັບທຸກເຫດການທີ່ອາດຈະເກີດຂື້ນ; ເຊິ່ງໄລຍະຜ່ານມາຄະນະພັກ-ຄະນະກອງບັນຊາການ ກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ, ສຸ່ມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນຢ່າງເຂັ້ມງວດ ຈື່ງເຮັດໃຫ້ເມືອງຄໍາເກີດ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຈາກນັ້ນບັນດາຜູ້ແທນກອງກອງປະຊຸມກໍ່ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການ  ພ້ອມທັງເປັນເອກະພາບກັນນໍາເອົາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

ຕອນທ້າຍ ຫົວໜ້າກອງບັນຊາການ ປກສ ແຂວງ  ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງຄໍາເກີດ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ເເນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອເຮັດໃຫ້ເຂົາເຈົ້າ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ໂດຍປະຕິບັດຕາມ 17 ຂໍ້ຫ້າມຂອງກະຊວງປ້ອງກັນຄວາມສະຫງົບວາງອອກ; ເພື່ອຫຼີກລ່ຽງຫາງສຽງສັງຄົມທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຍົກສູງສະຕິຄວາມຮັບພິຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ, ເອົາໃຈໃສ່ ຕ້ານ, ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ, ສຸມໃສ່ ແກ້ໄຂບັນຫາ 04 ເຖື່ອນຂອງແຂວງວາງອອກໃຫ້ໄດ້ຮັບຜົນສໍາເລັດ ແລະ ປະກົດຜົນເປັນຈິງ.