ໃນວັນທີ 1 ກໍລະກົດ 2021 ປກສ ເມືອງລ້ອງຊານ ແຂວງໄຊສົມບູນ, ໄດ້ພິທີ ເປີດບັ້ນເຝິກອົບຮົມວຽກງານ ປກສ ກຸ່ມບ້ານ ແລະ ປກສ ບ້ານ ໃຫ້ກັບກຳລັງ ປກສ ບ້ານທົ່ວກຸ່ມຊຽງມີ; ພາຍໃຕ້ການເປັນປະທານເປີດພິທີຂອງ ພັທ ອິນປັນ ຍາດຕິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຜູ້ຊີ້ນຳວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີ ພັທ ອານຸສອນ ດວງມາລາ ຮອງຫວົໜ້າກອງບັນຊາການ ປກສ ເມືອງລ້ອງຊານ, ມີນາຍບ້ານ, ປກສ ກຸ່ມບ້ານ ແລະ ປກສ ບ້ານ 05 ບ້ານທີ່ຂຶ້ນກັບກຸ່ມຊຽງມີເຂົ້າຮ່ວມ.

ໃນພິທີ, ພັທ ອິນປັນ ຍາດຕິວົງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກັບບັ້ນເປີດເຝິກອົບຮົມ ພ້ອມທັງເນັ້ນໜັກໃຫ້ບັນດາສຳມະນາກອນທີ່ເຂົ້າ ຈົ່ງພ້ອມເອົາໃຈໃສ່ຮັບຟັງການອະທິບາຍ, ການຊີ້ແຈງ ແລະ ແຕ່ລະຂັ້ນຕອນການປະຕິບັດທີ່ໄດ້ລະບຸໄວ້ໃນບັນດາເອກະສານຕ່າງໆ ເພື່ອສ້າງຄວາມເຂົ້າໃຈຕໍ່ກັບບັນຫາຫຼາຍຂຶ້ນ; ເອົາໃຈໃສ່ຍົກບັນຫາມາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງຄູສອນ ກັບສຳມະນາກອນຫຼາຍຂຶ້ນ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານສອດຄ່ອງກັບຕົວຈິງ ແລະ ຍັງເນັ້ນໜັກໃຫ້ຄູສອນແຕ່ລະສະຫາຍ ເອົາໃຈໃສ່ສິດສອນວຽກງານວິຊາສະເພາະຂອງຕົນ ພ້ອມທັງຍົກເອົາບາງບັນຫາທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ມາປຽບທຽບກັບບົດຮຽນ ແລະ ຊອກຫາວິທີແກ້ໄຂເຫດການຕ່າງໆທີ່ເກີດໃຫ້ສຳມະນາກອນ ນຳໄປໝູນໃຊ້ ແລະ ຮູ້ແກ້ໄຂ້ໄດ້ຢ່າງຖືກຕ້ອງ.

ການຝຶກອົບຮົມວຽກງານ ປກສ ກຸ່ມບ້ານ ແລະ ປກສ ບ້ານ ທັງນີ້ກໍເພື່ອເຮັດໃຫ້ກຳລັງ ປກສ ບ້ານທົ່ວກຸ່ມຊຽງມີ ເຂົ້າໃຈເລິກເຊິ່ງກ່ຽວກັບວຽກງານວິຊາສະເພາະ, ລະບຽບກົດໝາຍ ແລະ ການເມືອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຮັບປະກັບໄດ້ 03 ຄາດໝາຍດັ່ງກ່າວໃນສະເພາະໜ້າ ແລະ ຍາວນານໃນຂັ້ນຟື້ນຖານ; ເຊິ່ງເອກະສານທີ່ນຳມາເຝິກອົບຮົມຄັ້ງນີ້ມີ: ເອກະສານສືບສວນ-ສອບສວນຂັ້ນຟື້ນຖານ, ເອກະສານປ້ອງກັນສະຖານທີ່ເກີດເຫດ ແລະ ເອົາຄຳໃຫ້ການ, ເອກະສານຄຸ້ມຄອງສຳມະໂນຄົວຄົນລາວ ແລະ ຄົນຕ່າງດ້າວ, ເອກະສານວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ກົດໝາຍຕ້ານການຄ້າມະນຸດ ແລະ ເອກະສານຄຸ້ມຄອງອາຊີບ-ພາຫະນະພິເສດ.