ວັນທີ 25 ມິຖຸນາ ຜ່ານມາ, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ຮ່ວມ ກັບ ພະແນກອຸດສາຫະກຳການຄ້າ ນວ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍສິນຄ້າຫ້າມນໍາເຂົ້າບໍ່ຖືກຕ້ອງ ປະເພດ ໜັງຄວາຍ ຈຳນວນ 99 ເປົາ,ນໍ້າໜັກ 5.130 ກິໂລກຼາມ ຢູ່ສູນບໍາບັດຂີ້ ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງ ຈັນ.

ພັຕ ຄໍາເບົ້າ ປີວແກ້ວປະເສີດ ໃຫ້ຮູ້ວ່າ: ພາຍຫຼັງ ທີ່ໄດ້ຮັບການລາຍງານຂໍ້ມູນຈາກພົນລະເມືອງດີ ໃນວັນທີ 24 ມິຖຸນາ 2021ວ່າ ມີລົດບັນທຸກ ໝາຍ ເລກທະບຽນ ບກ 7813 ລັກລອບຂົນສົ່ງນໍາເຂົ້າໜັງຄວາຍ ຈາກປະເທດຫວຽດນາມ ໂດຍບໍ່ຖືກ ຕ້ອງ ມາທາງເຂດບ້ານດົງສ້າງຫີນ ເມືອງໄຊທານີ ນວ.ຈາກນັ້ນ,ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະ ກິດ ຈຶ່ງໄດ້ອອກຕິດຕາມ, ກວດກາພົບເຫັນລົດຄັນດັ່ງກ່າວແກ່ໜັງຄວາຍແຫ້ງ ແລະ ໜັງຄວາຍດິບ ທີ່ລະເມີດລະບຽບການກ່ຽວກັບ ລະບອບພາສີອາ ກອນ ຂອງລັດ ທີ່ກຳນົດໄວ້ໃນປະມວນກົດໝາຍອາ ຍາ ມາດຕາ 294 ທີ່ກໍານົດໄວ້ ວ່າ: ການລັກລອບນໍາເຂົ້າ, ສົ່ງອອກ ຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງກົມລ້ຽງສັດ ແລະ ການປະມົງ ວ່າດ້ວຍການຫ້າມນໍາເຂົ້າຊົ່ວຄາວສັດໃຫຍ່ ປະເພດງົວ-ຄວາຍ ແລະຜະລິດຕະພັນຈາກສັດໃຫຍ່ ສະບັບເລກທີ 1227/ກລປ, ລົງວັນທີ 31 ພຶດສະພາ 2021.

ສະນັ້ນ,ເພື່ອຮັບປະກັນບໍ່ໃຫ້ສິນຄ້າດັ່ງກ່າວ ຖືກ ຈໍາໜ່າຍໃນທ້ອງຕະຫຼາດ ແລະ ໃຫ້ຄົນລາວບໍລິ ໂພກ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດສິນຄ້າດັ່ງກ່າວ ເພື່ອນຳໄປທໍາລາຍຖິ້ມ; ຕໍ່ກັບເຈົ້າຂອງລົດ ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ດໍາເນີນຄະດີ ແລະ ປັບໃໝຕາມລະບຽບກົດ ໝາຍ.