ພິທີເປີດການນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ ລາວ ສູ້ສູ້ ” ໂດຍການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ ທີ່ກະຊວງສາທາລະນະສຸກ, ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ນັບແຕ່ ສປປ ລາວ ໄດ້ຮັບຜົນກະທົບດ້ານໂຄວິດ-19 ເພື່ອຕອບຕ້ານກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ພັດທະນາເຄື່ອງມືທີ່ມີຊື່ວ່າ “ ລາວ ສູ້ສູ້ ” ເຂົ້າມາຊ່ວຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ເພື່ອເຮັດໜ້າທີ່ໃນການລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວ ເຊັ່ນ:

  • ອຸນຫະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ ແລະອື່ນໆ ຫຼື ທີ່ເອີ້ນວ່າ: iFeel (ອາການຂ້ອຍ)
  • ຕິດຕາມການເດີນທາງຂອງຄົນ ເພື່ອໃຫ້ຮູ້ວ່າ ໄປສະຖານທີ່ໃດ ໂດຍການສະແກນ QR Code ແລະ ລະບົບຈະແຈ້ງເຕືອນຖ້າມີກຸ່ມສ່ຽງໄປສະຖານທີ່ດັ່ງກ່າວ ຫຼື ທີ່ເອີ້ນວ່າ: iGo (ໄປໃສ)
  • ເບິ່ງການເຄື່ອນໄຫວຂອງເຮົາເອງ ເພື່ອລາຍງານແພດໝໍ ຫຼື ທີ່ເອີ້ນວ່າ: Timeline (ການເຄື່ອນໄຫວ)
  • ໃຊ້ໃນການລົງທະບຽນ ແລະ ຈອງຄິວສັກວັກຊີນລ່ວງໜ້າ ຫຼື ທີ່ເອີ້ນວ່າ: iVac (ສັກວັກຊີນ) ຊຶ່ງຈະຊ່ວຍຫຼຸດຄວາມແອອັດຂອງປະຊາຊົນທີ່ຕ້ອງການມາຮັບວັກຊີນ
  • ໃຊ້ໃນການລົງທະບຽນ ແລະ ຈອງຄິວເຂົ້າກວດຫາເຊື້ອໂຄວິດ-19 ຫຼື ທີ່ເອີ້ນວ່າ: iTest (ໄປກວດ)

ນີ້ກໍເພື່ອເປັນການຊ່ວຍຫຼຸດຜ່ອນຄວາມແອອັດ ໃນການເຂົ້າມາກວດຫາເຊື້ອໂຄວິດ-19 ຂອງກຸ່ມສຳຜັດໃກ້ຊິດໄດ້ເຊັ່ນກັນ.

ແອັບ “ ລາວ ສູ້ສູ້ ” ຖືວ່າເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍ ໃນເວລາເກີດການລະບາດໃນຊຸມຊົນ. ທີມງານແພດ ສາມາດໃຊ້ເຄື່ອງມືນີ້ເພື່ອກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອ ເປັນຕົ້ນແມ່ນ ຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ; ກະຊວງສາທາລະນະສຸກ ເຊື່ອໝັ້ນວ່າ ເຄື່ອງມື “ ລາວ ສູ້ສູ້ ” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.