ພິທີມອບ-ຮັບໜ້າທີ່ ຫົວໜ້າອົງການໄອຍະການປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2021, ໂດຍມີ ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ, ທ່ານ ບຸນມາ ດວງມາລາສິນ ຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ມີແຂກຮັບເຊີນ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ເວີນອອນ ບົວມີໄຊ ຮອງຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນ ເຂດ IV ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍ ການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາແກ່ນ ສີຊົມພູ ຫົວໜ້າອົງການໄອຍະການປະຊາຊົນ ເຂດ IV ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນ ພາກກາງ ແລະ ຕົກລົງຍົກຍ້າຍ ທ່ານ ນາງ ອໍາໄພ ນ້ອຍວົງ ອົງການໄອຍະການປະຊາຊົນ ເຂດ III ມາຮັບໜ້າທີ່ໃໝ່ເປັນ ຫົວໜ້າອົງການໄອຍະການປະຊາຊົນ ເຂດ IV ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ, ອົງການໄອຍະການປະຊາຊົນ ເຂດ IV ຜູ້ເກົ່າ ແລະ ຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍສ່ອງໜ້າຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ.