ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງຈາກບໍລິສັດ ທາງດ່ວນວຽງຈັນ-ວັງວຽງ ໃນວັນທີ 21 ມິຖຸນາ 2021 ຜ່ານມານີ້ ວ່າມີຄົນບໍ່ດີມາເຄື່ອນໄຫວລັກຕັດສາຍໄຟຟ້າຈຸດອຸມົງທາງດ່ວນ; ຈາກນັ້ນ, ເຈົ້າໜ້າທີ່ຕຳ ຫຼວດຈຶ່ງໄດ້ລົງກວດກາສະຖານທີ່ຕົວຈິງ ຕິດຕາມຫາກຸ່ມເປົ້າໝາຍໃນຂອບເຂດເທດສະ ບານເມືອງໂພນໂຮງ. ຕໍ່ມາ, ຈຶ່ງສາມາດກັກຕົວເປົ້າໝາຍ ຊື່ ທ້າວ ລໍາພົງ ອາຍຸ 20 ປີ, ທ້າວ ຕີໃຫຍ່ ອາຍຸ 20 ປີ ທັງສອງກໍາມະກອນ ຢູ່ບ້ານແສນຊຸມ ເມືອງ ໂພນໂຮງ ແຂວງວຽງຈັນ ແລະ ທ້າວ ອິນທະ ສອນ ອາຍຸ 44 ປີ ກໍາມະກອນບ້ານຄໍາຮຸ່ງ ເມືອງ ໄຊທານີ ນະຄອນຫຼວຽງຈັນ ມາທໍາການສືບສວນ-ສອບສວນ.

ທ້າວ ລໍາພົງ ຮັບສາລະພາບວ່າ ໃນວັນທີ 20 ມິຖຸນາ 2021, ໄດ້ຮ່ວມກັບໝູ່ພາຍໃນບ້ານ ດຽວກັນ ໄດ້ຊວນກັນໄປລັກຕັດເອົາສາຍໄຟຟ້າຢູ່ທາງດ່ວນ ອຸມົງ ທີ່ຕັ້ງຢູ່ເຂດບ້ານແສນຊຸມ ເມືອງໂພນໂຮງ ໂດຍກະກຽມອຸປະກອນໄປນໍາມີ ມີດ 1 ດວງ, ຄີມຕັດເຫຼັກ 1 ອັນ ແລະ ຫົວໂຄມ 2 ຫົວ, ພໍເດີນທາງໄປຮອດສະຖານທີ່ດັ່ງກ່າໄດ້ ໄປຕັດເອົາສາຍໄຟຟ້າມີຄວາມຍາວ 1 ແມັດ ມີ ນໍ້າໜັກ 2 ກິໂລກຼາມ ແລ້ວກໍເອົາໄປຂາຍຢູ່ຮ້ານຊື້ ຂາຍເຫຼັກເສດໄດ້ເງິນ 100.000 ກີບ ນໍາເອົາເງິນ ແບ່ງກັນເອົາໄປຫຼິ້ນເກມ, ຊື້ກິນຈົນໜົດ ແລະ ໃຫ້ການຕື່ມໄດ້ວ່າຮ່ວມກັບໝູ່ 3 ຄັ້ງ ຄັ້ງທີ 1 ພາກັນໄປລັກສາຍໄຟຢູ່ຕໍ່ໜ້າທາງເຂົ້າອຸມົງ ຢູ່ເຂດບ້ານແສນຊຸມ ໄດ້ສາຍໄຟປະມານ 1 ກິໂລກຼາມ, ຄັ້ງທີ 2 ລັກເອົາສາຍໄຟຢູ່ຫຼັກສະຖານ ນີໂທລະສັບ ໄດ້ສາຍໄຟຟ້ານໍ້າໜັກ 5 ກິໂລກຼາມ ຂາຍໄດ້ເງິນ 250.000 ກີບ ແລະ ຄັ້ງທີ 3 ໃນ ເດືອນ ມິຖຸນາ 2021 ຮ່ວມກັບໝູ່ໄປລັກຕັດ ເອົາສາຍໄຟຢູ່ທາງອຸມົງ ບ້ານຫ້ວຍຫີນລັບ ໄດ້ ສາຍໄຟປະມານ 2 ກິໂລກຼາມ ຂາຍໄດ້ເງິນ 100.000 ກີບ.

ສ່ວນຄັ້ງທີ 4 ໄດ້ຮ່ວມ ກັບ ທ້າວ ຕີໃຫຍ່ ໄປລັກສາຍໄຟຢູ່ທາງດ່ວນ 1 ຄັ້ງ ໃຊ້ອຸປະກອນມີ ມີດ, ພ້າ ແລະ ຄີມ ລັກຕັດຢູ່ຕໍ່ໜ້າທາງເຂົ້າອຸ ມົງຂອບເຂດບ້ານຫ້ວຍຫີນລັບ ເມືອງຫີນເຫີບ ໄດ້ສາຍໄຟທັງໜົດ 5 ກິໂລ ໄດ້ເງິນ 250.000 ກີບ ແຕ່ລະຄັ້ງທີ່ເອົາສາຍໄຟໄປຂາຍນັ້ນເງິນ ແມ່ນແບ່ງປັນກັນຈ່າຍຈົນໜົດ.

ທ້າວ ຕີໃຫຍ່ ໃຫ້ການຮັບສາລະພາບວ່າ ໄດ້ຮ່ວມກັບ ທ້າວ ລໍາພົງ ໄປລັກເອົາສາຍໄຟຢູ່ອຸ ມົງ ທາງດ່ວນ 2 ຄັ້ງ , ຄັ້ງທີ 1 ໃນເດືອນພຶດສະພາ 2021 ພວກກ່ຽວໄດ້ພາກັນໄປລັກສາຍໄຟຢູ່ອຸມົງທາງດ່ວນ ໄດ້ສາຍໄຟໃຫຍ່ປະມານ 2 ແມັດ ນໍ້າໜັກ 5 ກິໂລ ຫຼັງຈາກນັ້ນກໍພາກັນເອົາໄປ ປອກຂາຍໄດ້ເງິນ 250.000 ກີບ, ຄັ້ງທີ 2 ເຊິ່ງ ໃນວັນດຽວກັນນັ້ນ ພວກກ່ຽວກໍພາກັນໄປລັກຕັກເອົາສາຍໄຟຢູ່ທາງດ່ວນອີກ ໄດ້ສາຍໄຟນໍ້ໜັກ 5 ກິໂລກຼາມ; ຈາກນັ້ນ ກໍເອົາໄປຂາຍໄດ້ເງີນ 250.000 ກີບ ແຕ່ລະຄັ້ງທີ່ເອົາສາຍໄຟໄປຂາຍນັ້ນເງິນແມ່ນແບ່ງປັນກັນຈ່າຍຈົນໜົດ.

ທ້າວ ອິນທະສອນ ໄດ້ເຄື່ອນໄຫວລັກສາຍ ໄຟຢູ່ອຸມົງທາງດ່ວນ ໃນເດືອນພຶດສະພາ 2021 ໄດ້ອອກຈາກບ່ອນພັກເຊົາບ້ານແສນຊຸມ ເມືອງ ໂພນໂຮງ ແລ້ວຍ່າງເຂົ້າໄປໃນອຸມົງ ໄລຍະ 30 ແມັດ ຊອກດຶງເອົາສາຍໄຟຟ້າຢູ່ກ້ອງອຸມົງທາງ ດ່ວນ ໄດ້ສາຍໄຟຟ້າເສັ້ນຜ່າໃຈກາງປະມານ 2 ຊັງຕີ ຍາວ 16 ແມັດ ເອົາໄປປອກໄດ້ນໍ້າໜັກປະມານ 7 ກິໂລກຼາມ; ຈາກນັ້ນ ເອົາໄປຂາຍໄດ້ເງິນ 200.000 ກີບ ສ່ວນເງິນແມ່ນໄດ້ເອົາໄປໃຊ້ ຈ່າຍຈົນໜົດ ແລະ ຍັງໃຫ້ການຕື່ມອີກວ່າ ໄດ້ ເຄື່ອນໄຫວລັກຊັບຂອງບໍລິສັດທາງດ່ວນ 2 ຄັ້ງ, ຄັ້ງທີ 1 ໃນເດືອນພຶດສະພາ 2021 ໄປລັກເອົາຫຼັກໜາມໝາກຈັບຂອງບໍລິສັດ ຈຳນວນ 2 ໂຄ້ງ ຢູ່ບ້ານແສນຊຸມ ເມືອງໂພນໂຮງ ຂາຍໄດ້ເງິນ 50.000 ກີບ, ຄັ້ງທີ 2 ໃນວັນທີ 18 ກໍລະກົດ 2021 ໄປລັກເອົາຜ້າບັດສີສົ້ມຂອງບໍລິສັດ ຈໍາ ນວນ 2 ຜືນ ຂາຍໄດ້ເງິນ 200.000 ກີບ ສ່ວນ ເງິນແມ່ນເອົາໄປໃຊ້ຈ່າຍຈົນໜົດ, ຄວາມເສຍຫາຍດັ່ງກ່າວຕາມການປະເມີນຂອງບໍລິສັດທາງດ່ວນແມ່ນມີຄວາມເສຍຫາຍ 380.000 ໂດ ລາສະຫາລັດ.