ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະ ບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ສິງຫານີ້.

ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ສະເໜີຕໍ່ລັດຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບປະສິດທິຜົນຕາມທີ່ຄາດໝາຍໄວ້ ຄື:

1. ຕໍ່ກັບຄາດໝາຍສູ້ຊົນ ຄວນກໍານົດຕົວຊີ້ວັດໃຫ້ຊັດເຈນຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ;

2. ຕໍ່ກັບວຽກຈຸດສຸມ ສະເຫນີລັດຖະບານ ເອົາໃຈໃສ່ເປັນພິເສດການແກ້ໄຂຫນີ້ສິນສາທາ ລະນະ, ການເລັງລັດປະຕິຮູບວິສາຫະກິດລັດ, ການແກ້ໄຂຄວາມຝືດເຄືອງດ້ານຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການແກ້ໄຂການຫວ່າງງານ ໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາທີ່ຮຽນຈົບວິຊາຊີບຕ່າງໆ ແລະ ແຮງງານທີ່ກັບມາຈາກຕ່າງປະເທດໃນໄລຍະການແພ່ລະບາດພະຍາດ ໂຄວິດ-193);

3. ຕໍ່ກັບມາດຕະການການຈັດຕັ້ງປະຕິບັດສະເໜີລັດຖະບານເອົາໃຈໃສ່ສ້າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານທີ່ຕິດພັນກັບວາ ລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ເປັນລະ ບົບ, ແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະຫ່ວາງຂະແໜງການ, ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ຕາມທິດສາມສ້າງ; ກະຊວງ, ອົງການຂັ້ນສູນກາງ ເຮັດໜ້າທີ່ຄຸ້ມ ຄອງມະຫາພາກສ່ວນອົງການປົກຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ.

4. ຕໍ່ກັບການທົດລອງປະຕິບັດ ບາງນະໂຍບາຍ ແລະ ກົນໄກ ໃນວາລະແຫ່ງຊາດໂດຍສະ ເພາະການຂຸດຄົ້ນແຮ່ເຫຼັກ ສະເຫນີໃຫ້ລັດຖະບານພິຈາລະນາການອະນຸມັດ, ກໍານົດເນື້ອທີ່ ແລະ ທີ່ຕັ້ງຂອງໂຄງການຢ່າງຈະແຈ້ງ, ພ້ອມທັງຮັບປະກັນໃຫ້ມີຕະ ຫຼາດຮອງຮັບການຈໍາຫນ່າຍແຮ່ທາດຢ່າງແນ່ນອນ ແລະ ປະຕິບັດການທົດລອງໃນໄລຍະ 3 ປີ, ຫລີກລ້ຽງຜົນກະທົບຮ້າຍແຮງຈາກການດໍາເນີນການທົດລອງຂຸດຄົ້ນດັ່ງກ່າວ, ພາຍຫຼັງສໍາເລັດການຈັດຕັ້ງປະຕິບັດໄລຍະດັ່ງກ່າວໃຫ້ປະເມີນຜົນ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ຖ້າຫາກມີປະສິດທິຜົນຈຶ່ງປັບປຸງນິຕິກໍາໃຫ້ມີຄວາມສອດຄອງ;

5. ຕໍ່ດ້ານການຜະລິດ ສະເຫນີລັດຖະບານ ຍູ້ແຮງຂະແໜງກະສິກໍາ, ການປູກຝັງ-ລ້ຽງສັດ ເພື່ອສະໜອງໃຫ້ແກ່ການບໍລິໂພກພາຍໃນຢ່າງພຽງພໍ ພ້ອມທັງຊຸກຍູ້ຂະແໜງການອື່ນ ທີ່ສາມາດຜະລິດເປັນສິນຄ້າສົ່ງອອກ ທີ່ມີຕະຫລາດຮອງຮັບແລ້ວ;

6. ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາມາດຕະການ ກ່ຽວກັບການເຊົ່າສໍາປະທານທີ່ດິນ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 25/ສພຊ, ລົງວັນທີ 19 ພະຈິກ 2019 ເປັນຕົ້ນ ໂຄງການທີ່ບໍ່ມີສັນຍາສໍາປະທານ, ຜົນປະໂຫຍດຂອງລັດຖະບານ, ການຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ຮີບຮ້ອນ ເລັ່ງທວງ ການມອບພັນທະຄ່າເຊົ່າ ແລະສໍາປະທານທີ່ຍັງຄ້າງຊໍາລະມອບເຂົ້າງົບປະມານແຫ່ງລັດ;

7. ໃຫ້ຮີບຮ້ອນສຶບຕໍ່ ຄົ້ນຄວ້າ ສ້າງ ແລະ ປັບປຸງ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບວາລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ສໍາເລັດໂດຍໄວ ໂດຍສະເພາະກົດ ໝາຍວ່າດ້ວຍງົບປະມານ, ກົດໝາຍວ່າດ້ວຍການຄຸ້ມ ຄອງຫນີ້ສິນສາທາລະນະ, ກົດໝາຍວ່າດ້ວຍຊັບສິນຂອງລັດ, ກົດໝາຍວ່າດ້ວຍການສົ່ງ ເສີມການລົງທຶນ, ກົດໝາຍວ່າ ດ້ວຍແຮ່ທາດ, ກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ຊັບສິນ, ກົດຫມາຍວ່າດ້ວຍອາກອນສິ່ງແວດລ້ອມ, ແລະ ກົດໝາຍອື່ນທີ່ກ່ຽວ ຂ້ອງໃນສໍາເລັດກ່ອນປີ 2023.

Cr: ບຸນຕຽງ ຈັນທະວົງ