ກົມພັກ ລົງຕິດຕາມຊຸກຍຸ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ ປທ

0
607

ກົມພັກ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ລົງຕິດຕາມຊຸກຍຸ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຢູ່ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ໃນວັນທີ 6 ສິງຫາ 2021, ນຳ ພາໂດຍສະຫາຍ ພັທ ພຽນສີ ແສງຄຳຢອງ ຮອງກົມພັກ ພ້ອມຄະນະ, ຕ້ອນຮັບໂດຍ ສະຫາຍ ພັອ ທອງພັດ ແສນສຸວັນ ຄະນະປະຈຳພັກ ກອງບັນຊາການປ້ອງກັນເຄື່ອນທີ່,ມີບັນດາເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍທີ່ຂຶ້ນກັບກອງບັນຊາການປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ພັອ ທອງພັດ ແສນສຸວັນ ໄດ້ລາຍງານວຽກງານກວດກາພັກ ໃນໄລຍະຜ່ານມາ ວ່າ: ອົງຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່ ເປັນອົງ ຄະນະພັກໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາໂດຍກົງຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ໃນການນຳພາວຽກງານສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ, ພະນັກງານນາຍ ແລະ ພົນຕຳຫຼວດ ປັບປຸງ, ກໍ່ສ້າງພັກ-ພະນັກງານໃຫ້ທັດສະນະຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ ມີຄວາມຕື່ນຕົວ, ຫ້າວຫັນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບໝາຍໃຫ້ມີຜົນສຳເລັດຕາມຄວາມໝາຍ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ. ປັດຈຸບັນ ມີສະມາຊິກພັກ ທັງໝົດ 433 ສະຫາຍ ຍິງ 57 ສະຫາຍ, ມີຄະນະພັກກອງບັນຊາການ 9 ສະຫາຍ,ຄະນະພັກຮາກຖານ 8 ສະຫາຍ,ຄະນະໜ່ວຍພັກຮາກຖານ 29 ສະຫາຍ, ໜ່ວຍພັກຂຶ້ນກັບ 21 ສະຫາຍ, ໜ່ວຍພັກທີ່ຂຶ້ນກັບ ມີ 14 ໜ່ວຍ ໄດ້ແບ່ງປະເພດ.ໃນນີ້,ໜ່ວຍພັກທີ່ໄດ້ ປະເພດ ແຂງ ມີ 11 ໜ່ວຍ ແລະ ໜ່ວຍພັກກາງ 3 ໜ່ວຍ, ຜ່ານການຕີລາ ຄາຈັດແບ່ງປະເພດສະມາຊກພັກໃນປີ 2020 ຄື: ປະເພດແຂງ 341 ສະຫາຍ ຍິງ 45 ສະຫາຍ, ປະ ເພດກາງ 18 ສະຫາຍ ຍິງ 4 ສະຫາຍ ແລະ ປະເພດອ່ອນ 2 ສະຫາຍ.

ໃນໂອກາດນີ້, ສະຫາຍ ພັທ ພຽນສີ ແສງຄຳຢອງ ກ່າວເນັ້ນໃຫ້ສືບຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມວຽກງານພັກ-ວຽກງາານການ ເມືອງພາຍໃນກຳລັງປ້ອງກັນຄວາມສະຫງົບ ຄັ້ງທີ IV ແລະ ຈັດຕັ້ງປະຕິບັດຄຳສັ່ງແນະນຳ ເລກທີ 03/ຄພ ປກສ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນນກຳລັງປ້ອງກັນຄວາມສະຫງົບ ໃຫ້ເຂົ້າສູ່ລ່ວງເລິກ ແລະ ເປັນຮູບປະທຳ ແລະ ສືບຕໍ່ຜັນຂະຫຍາຍຜົນສຳເລັດບັ້ນດຳເນີນຊີວິດການເມືອງພາຍ ໃນພັກຮາກຖານພັກ ປີ 2020 ເພື່ອກໍ່ສ້າງພັກປອດໃສ, ເຂັ້ມແຂງ,ໜັກແໜ້ນທາງດ້ານການເມືອງ, ການຈັດຕັ້ງ, ແບບແຜນວິທີນຳພາ ແຕ່ລະາກຖານພັກວາງອອກໃຫ້ປາກົດຜົນເປັນຈີງ. ພ້ອມທັງປັບປຸງຍົກສູງຄຸນນະພາບຂອງໜ່ວຍພັກ ດ້ວຍການຍົກສູງບົດບາດຄວາມສາມາດການນຳພາຂອງ ຄະນະໜ່ວຍ, ເອົາໃຈໃສ່ສຶກສາອົບຮົມກໍ່ສ້າງຖັນແຖວສະມາຊິກພັກພາຍໃນກຳລັງປ້ອງກັນເຄື່ອນທີ, ມີທາດແທ້ອຸດົມການໜັກແໜ້ນ,ຈົ່ງຮັກພັກດີຕໍ່ພັກ,ຊື່ສັດຕໍ່ໜ້າທີ່ ແລະມີຄວາມຮັບຜິດຊອບຕໍ່ປະເທດຊາດ, ຕໍ່ປະຊາຊົນຢ່າງແທ້ຈີງ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ