ໃນວັນທີ 29 ກໍລະກົດ 2021 ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ມອບແນວພັນເຂົ້າລຸ້ນ 3 ໃຫ້ຄອບຄົວ ຊາວກະສິກອນທີ່ຖືກຜົນກະທົບໄພພິ ບັດທາງທຳມະຊາດທີ່ມີຕໍ່ຜົນຜະລິດ ຂອງປະຊາຊົນໃນປີ 2020; ຕາງໜ້າມອບໂດຍ ທ່ານ ສີສະຫວັນ ສຸກສະຫວັນ ຮອງເຈົ້າເມືອງທົ່ງມີໄຊ,ມີທ່ານບຸນຈັນ ໄຊພູໂຂງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງພ້ອມດ້ວຍຄະນະ, ມີພະນັກງານຫ້ອງກະສິກໍາປ່າໄມ້, ພະນັກງານວິຊາການທີ່ກ່ຽວຂ້ອງ,ນາຍບ້ານຕະຫຼອດຮອດ ປະຊາຊົນຄອບຄົວຊາວກະສິກອນທີ່ຖືກຜົນກະທົບໄພພິບັດ ທາງທຳມະຊາດ ເຂົ້າຮ່ວມ.

ໃນປີຜ່ານມາທົ່ວເມືອງໄດ້ມີຫຼາຍ ບ້ານ,ຫຼາຍຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ເຮັດໃຫ້ເກີດດິນເຊາະ ເຈື່ອນ, ຖົມເນື້ອທີ່ນາຂອງປະຊາຊົນທັງໝົດ190 ຄອບຄົວ, ຕໍ່ກັບບັນຫາດັ່ງກ່າວ ການນຳຂອງເມືອງທົ່ງມີໄຊ ຈຶ່ງໄດ້ນຳເອົາ ແນວພັນເຂົ້າລຸ້ນ 3 ຈຳນວນ 2.940 ກິ ໂລກຼາມ ລວມມູນຄ່າທັງໝົດ 9.700.000 ກີບ; ມອບໃຫ້ກັບຄອບຄົວທີ່ຖືກຜົນກະທົບເພື່ອນໍາເອົາເຂົ້າຈຳນວນດັ່ງກ່າວ ໄປເປັນແນວພັນສືບຕໍ່ຜະລິດເຂົ້ານາປີ, ນາແຊງຈາກນັ້ນທ່ານ ທອງເສີຍ ພູມມະ ທີ ນາຍບ້ານໆນາມົນຕາງໜ້າໃຫ້ອົງການປົກຄອງບ້ານກໍ່ຄືປະຊາຊົນທີ່ຖືກຜົນກະທົບໃນທົ່ວເມືອງກໍໄດ້ກ່າວຄຳຂອບໃຈຕໍ່ກັບການນຳຂອງເມືອງທີ່ໄດ້ໃຫ້ຄວາມ ເປັນຫວງເປັນໄຍ ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະນຳເອົາແນວພັນເຂົ້າຈຳ ນວນດັ່ງກ່າວໄປແຈກຢາຍໃຫ້ກັບຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ທົ່ວເຖິງ.