ໃນທ້າຍອາທິດທີ່ຜ່ານມາ, ກະຊວງ ປກສ ໄດ້ມອບອຸປະກອນການແພດ ເພື່ອຕ້ານສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19 ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະກອບມີ ເງິນສົດ 10.000.000 ກີບ, ຊຸດປ້ອງກັນ PPE 5 ແກັດ, ເຈວລ້າງມື 3 ແກັດ ແລະ ຜ້າອັດປາກ-ດັງ 5 ແກັດ; ຕາງໜ້າມອບໂດຍ ພັທ ລັດສະໝີ ພິມມະສອນ ຮອງຫົວໜ້າກົມເສນາທິການ, ຫົວໜ້າກອງເສນາຄະນະສະເພາະ ກິດປ້ອງກັນ COVID-19 ກະຊວງ ປກສ; ຕາງໜ້າຮັບໂດຍ ພັທ ຄຳສະໄໝ ສິດທິຊົນ ຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງສະຫວັນ ນະເຂດ ພ້ອມດ້ວຍຄະນະຫ້ອງການ ອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ພັທ ຄຳສະໄໝ ສິດທິຊົນ ໄດ້ກ່າວ ສະແດງຄວາມຂອບໃຈມາຍັງ ຄະນະພັກ-ຄະນະນໍາກະຊວງ ປກສ ໂດຍສະເພາະແມ່ນກົມເສນາຮັກ ກໍຄື ຄະນະສະເພາະກິດປ້ອງກັນພະຍາດໂຄວິດ-19 ກະຊວງ ປກສ ທີ່ໄດ້ເປັນຫ່ວງເປັນ ນໍາເອົາອຸປະກອນດັ່ງກ່າວນີ້ມາມອບໃຫ້; ເຊິ່ງອຸປະກອນຈໍານວນດັ່ງກ່າວນີ້ຖືວ່າມີຄວາມຈໍາເປັນ ແລະ ສໍາຄັນທີ່ສຸດຕໍ່ແຂວງສະຫວັນນະເຂດເວົ້າລວມ, ເວົ້າສະເພາະກໍແມ່ນກອງບັນຊາ ການ ປກສ ແຂວງສະຫວັນນະເຂດໃນໄລ ຍະນີ້ ແລະ ຈະນໍາເອົາອຸປະກອນຈໍາ ນວນດັ່ງກ່າວນີ້ປະກອບເຂົ້າໃນວຽກງານ ປ້ອງກັນ COVID-19 ໃຫ້ໄດ້ຮັບຜົນດີ ແລະ ເປັນປະໂຫຍດຢ່າງສຸງສຸດ.

ປັດຈຸບັນນີ້, ສະພາບການແຜ່ລະ ບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາໃນປັດຈຸບັນມີຜູ້ຕິດເຊື້ອໃໝ່ທຸກວັນ, ໂດຍສະເພາະຢູ່ແຂວງ ສະຫວັນນະເຂດຍັງມີແຮງານລາວທີ່ເຂົ້າມາທາງດ່ານສາກົນຂົວມິດຕະພາບ 2 ແຂວງສະຫວັນນະເຂດ-ມຸກດາຫານຣາຊະອານາຈັກໄທທີ່ນັບມື້ຍິ່ງເພີີ່ມເປັນຈຳນວນຫຼາຍ ແລະ ມີຜູ້ຕິດເຊື້ອທີ່ປີ່ນປົວຢູ່ສູນປິ່ນປົວ ແລະ ສູນກັກກັນຫຼາຍແຫ່ງ; ຈຶ່ງເຮັດໃຫ້ມີຄວາມສຽງສູງຕໍ່ກັບການ ປະຕິບັດໜ້າທີ່ວຽກງານຂອງກໍາລັງ ໂດຍສະເພາະແມ່ນກຳລັງວິຊາສະເພາະທີ່ປະຈໍາຢູ່ດ່ານ ຕມ, ກຳລັງວິຊາສະເພາະທີ່ຂັບລົດຮັບ-ສົ່ງແຮງງານລວມທັງກຳລັງວິຊາສະເພາະທີ່ປ້ອງກັນຢູ່ບັນດາສູນກັກກັນຕ່າງໆໃນທົ່ວແຂວງສະຫວັນນະເຂດ.