ໃນ 6 ເດືອນຕົ້ນປີ 2021, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທົ່ວນະຄອນຫຼວງວຽງຈັນ ໄດ້ສຸມໃສ່ 4 ວຽກງານໃຫຍ່ ຄື: ວຽກງານໂຄສະນາ, ວຽກງານກອງຈະລາຈອນ, ວຽກງານກອງທາງຫຼວງ ແລະ ວຽກງານແກ້ໄຂອຸບັດຕິເຫດ ທັງນີ້ ກໍເພື່ອແກ້ໄຂຈະລາຈອນແອອັດ ແລະ ສະກັດກັ້ນຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ.

ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ກ່າວໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ວາງທິດທງແຜນການ 6 ເດືອນທ້າຍປີ 2021 ໃນເດືອນຜ່ານມາວ່າ: ໃນ 6 ເດືອນຕົ້ນປີ 2021, ພະແນກຕໍາຫຼວດຈະລາຈອນ ນວ ໄດ້ສຸ່ມໃສ່ 4 ວຽກງານໃຫຍ່ ເພື່ອແກ້ໄຂຈະລາຈອນແອອັດ ແລະ ສະກັດກັ້ນຫຼຸດຜ່ອນອຸບັດຕິເຫດຄື: ວຽກງານໂຄສະນາ: ໄດ້ລົງເຜີຍແຜ່ກົດລະບຽບຈະລາຈອນທັງໝົດ 706 ຄັ້ງ. ໃນນີ້, ໄດ້ໂຄສະນາຜ່ານສື່ວິທະຍຸ, ໂທລະພາບ, ໜັງສືພິມທັງໝົດ 40 ຄັ້ງ, ນຳໃຊ້ລົດຈັກ ແລະ ລົດໃຫຍ່ລົງໂຄສະນາຢູ່ຕາມສາຍທາງ, ສາມແຍກ, ສີ່ແຍກທັງໝົດ 162 ຄັ້ງ, ລົງໂຄສະນາຢູ່ສຳນັກງານ, ໂຮງໝໍ, ໂຮງຈັກ, ໂຮງງານ, ໂຮງຮຽນ ແລະ ກຸ່ມບ້ານ ທັງໝົດ 504 ຄັ້ງ.

ວຽກງານກອງຈະລາຈອນ: ເອົາໃຈໃສ່ປະຈໍາການຢູ່ປ້ອມທັງໝົດ 63 ປ້ອມ, ໄຟອຳນາດ 62 ຈຸດ ແລະ ປ້ອງກັນກອງປະຊຸມວັນສຳຄັນຕ່າງໆ 97 ຄັ້ງ, ກວດກາພົບເຫັນຜູ້ລະເມີດກົດລະ ບຽບຈະລາຈອນທັງໝົດ 2.000 ຄົນ ຍິງ 1.413 ຄົນ, ສຶກສາອົບຮົມ 1.500 ຄົນ, ຍິງ 1.200 ຄົນ,ຂຽນໃບສັ່ງກັກເອກະສານລົດທັງໝົດ 480 ໃບແລະ ກັກລົດທັງໝົດ 20 ຄັນ;
ວຽກງານກອງທາງຫຼວງ: ໄດ້ອອກກວດກາຈັບຄວາມໄວ 8 ຄັ້ງ, ຈັດລະບຽບຕາມສາຍທາງ, ທາງຄົນຍ່າງທັງໝົດ 796 ຄັ້ງ, ຂຽນໃບກ່າວເຕືອນ 270 ຄັ້ງ, ລະບາຍການສັນຈອນເຊົ້່າ-ແລງ 798 ຄັ້ງ, ເປີດທາງໃຫ້ແຂກພາຍໃນ ແລະ ຕ່າງປະເທດ 49 ຄັ້ງ, ກວດພົບຜູ້ລະເມີດກົດຈະລາຈອນ ທັງໝົດ 5.325 ຄົນ, ຍິງ 1.321 ຄົນ, ສຶກສາອົບຮົມ 4.783 ຄົນ ຍິງ 1.238 ຄົນ, ຂຽນໃບສັ່ງ 542 ໃບ ແລະ ກັກເອກະສານ 513 ໃບ, ກັກລົດ 29 ຄັນ.

ວຽກງານແກ້ໄຂອຸບັດຕິເຫດ: ມີອຸບັດຕິເຫດເກີດຂຶ້ນທັງໝົດ 568 ຄັ້ງ, ພາຫະນະເປ່ເພ 1.143 ຄັນ; ໃນນີ້, ເປ່ເພ່ເລັກໜ້ອຍ 312 ຄັນ, ສົມຄວນ 806 ຄັນ ແລະ ໃຊ້ການບໍ່ໄດ້ 25 ຄັນ; ຄົນໄດ້ຮັບບາດເຈັບ ທັງໝົດ 533 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 100 ຄົນ, ສົມ ຄວນ 348 ຄົນ, ສາຫັດ 85 ຄົນ ແລະ ເສຍຊີວິດ 98 ຄົນ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອແນໃສ່ຫຼຸດຜ່ອນບັນຫາອຸບັດຕິເຫດຕາມທ້ອງຖະໜົນຢູ່ ນວ ໃຫ້ຫຼຸດລົງ ພະແນກຕໍາຫຼວດຈະລາຈອນ ນວ ຕ້ອງສຸມໃສ່ບັນຫາສໍາຄັນ ດັ່ງນີ້:

– ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນ ສົມບັດ, ສິນທໍາປະຕິວັດ ເຂົ້າໃຈຢ່າງເລິກເຊິ່ງໃນການປະຕິບັດໜ້າທີ່ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການ;

– ເອົາໃຈໃສ່ສັງລວມວິເຄາະ, ວິໄຈ ຂໍ້ມູນໃຫ້ຊັດເຈນ ເພື່ອຊອກຫາສາເຫດຂອງການເກີດອຸບັດຕິເຫດ, ກໍານົດໜ້າ ວຽກແຕ່ລະວຽກ ແລ້ວຊອກຫາວິທີແກ້ໄຂ;

– ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບແຜນວຽກຂອງອົງຄະນະພັກນະ ຄອນຫຼວງວຽງຈັນ ໂດຍເລັ່ງໃສ່ກວດກາລະບົບໄຟອໍານາດ, ກວດກາລົດບັນທຸກເຂົ້າມາໃນຊົ່ວໂມງ ເລັ່ງດ່ວນ, ບັນຫາລົດຕິດອັ່ງອໍ, ບັນຫາຕໍາແລ້ວໜີ ແລະອື່ນໆ.

ນອກນີ້, ຕ້ອງເອົາໃຈໃສ່ໂຄສະນາຜ່ານສື່ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ສັງຄົມກ່ຽວກັບການປະຕິບັດລະບຽບວິໄນໃນການຂັບລົດໃຫ້ເຂັ້ມງວດ; ການດໍາເນີນຄະດີອຸບັດຕິເຫດຕ້ອງໃຫ້ມີຂໍ້ມູນຫຼັກຖານ, ຖືກຕ້ອງ, ຊັດເຈນ ແລະ ໂປ່ງໃສທຸກຂັ້ນຕອນ, ບໍ່ໃຫ້ມີການແກ່ຍາວເວລາ; ໃຫ້ແຕ່ລະພາກສ່ວນປຸກລະດົມຄົ້ນຄວ້າອຸປະກອນເຂົ້າມາຮັບໃຊ້ວຽກງານວິຊາສະເພາະ ເປັນຕົ້ນແມ່ນກ້ອງບັນທຶກພາບ, ບັນທຶກຂໍ້ມູນເວລາເກີດອຸບັດ ຕິເຫດ ເພື່ອຫັນເຂົ້າສູ່ຄວາມທັນສະໄໝ ແລະ ທີ່ສຳຄັນຕ້ອງເອົາໃຈໃສ່ເປັນເສ ນາທິການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ເພື່ອປຶກສາຫາລືແກ້ໄຂບັນຫາອຸບັດຕິເຫດຢູ່ນະຄອນຫຼວງວຽງຈັນ ໃຫ້ຫຼຸດລົງ.