ຜ່ານມາ, ບັນຫາການເກີດອຸບັດຕິເຫດຢູ່ທ້ອງຖະໜົນຍັງເກີດຂຶ້ນຢ່າງຫຼວງຫຼາຍໃນແຕ່ລະວັນ. ບາງອຸບັດຕິເຫດທີ່ເກີດຂຶ້ນນັ້ນ ໄດ້ກາຍເປັນຄະດີ ຍ້ອນແຕ່ລະຝ່າຍທີ່ເກີດອຸບັດຕິເຫດບໍ່ຍິນ ຍອມ ເຊິ່ງກັນແລະກັນ ຕ້ອງໄດ້ເອົາເຈົ້າໜ້າທີ່ຕໍາຫຼວດຈະລາຈອນມາວັດແທກ ເພື່ອຫາຜູ້ຖືກຜູ້ຜິດ, ເຊິ່ງການແກ້ໄຂຄະດີອຸ ບັດຕິເຫດຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນໄລຍະຜ່ານມາຍັງເກີດມີຫາງສຽງວິພາກວິຈານຈົ່ມວ່າຈາກສັງຄົມວ່າການດຳເນີນຄະດີບໍ່ມີຄວາມຍຸຕິທຳ, ເຂົ້າ ຂ້າງຝ່າຍທີ່ກະທຳຜິດ ຫຼື ແລ່ນນຳແຕ່ຜົນປະໂຫຍດເຮັດໃຫ້ຜູ້ທີ່ກະທຳຜິດກາຍເປັນຜູ້ຊະນະຄະດີ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວຕໍ່ນັກຂ່າວໜັງສືພິມ ເມື່ອ ປກສ ບໍ່ດົນມານີ້ວ່າ: ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນຂອບເຂດທົ່ວປະເທດຖືກສັງຄົມວິພາກວິຈານໄປຕ່າງໆນາໆກ່ຽວກັບການປະຕິບັດໜ້າທີ່ແກ້ໄຂຄະດີອຸບັດຕິເຫດ; ດັ່ງນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ແລະ ພະແນກຕຳຫຼວດຈະລາຈອນແຂວງ, ຈະລາຈອນ ເມືອງໃນຂອບເຂດທົ່ວປະເທດ ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ລະບຽບກົດໝາຍ ຕ້ອງຈັດຕັ້ງປະຕິບັດຕາມຫຼັກການດັ່ງນີ້ການກວດກາຊັນນະສູດວັດແທກສະຖານທີ່ເກີດເຫດຕ້ອງ ຖືກຕ້ອງຕາມສະພາບຄວາມເປັນຈິງກຳນົດຂອບເຂດສະຖານທີ່ເກີດເຫດໃຫ້ຊັດເຈນ ແລະ ເກັບກຳວັດຖຸຮ່ອງຮອຍໃຫ້ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ລະບຽບກົດໝາຍເຊັ່ນ: ການຖ່າຍພາບລວມຖ່າຍໃຫ້ໄດ້ລວງຍາວທັງສອງທິດທາງຂອງເສັ້ນທາງ ແລະ ຖ່າຍພາບຕັດຕາມເສັ້ນທາງການກຳນົດສະຖານທີ່ເກີດເຫດ; ຖ່າຍພາບສະເພາະຕ້ອງມີ ເຄື່ອງໝາຍ ແລະ ວັດແທກຫົວໜ່ວຍເປັນແມັດ ໂດຍສະເພາະຮອຍເບກລົດ, ຮອຍຂູດ, ຮອຍປັກໃຫ້ຖືກຕ້ອງຄົບຖ້ວນ ແລະ ຊັດເຈນຕາມລໍາດັບ ເພື່ອຮັບປະກັນທາງດ້ານກົດໝາຍ, ສ່ວນສັນຍາລັກພາຫະນະທີ່ເກີດເຫດຕ້ອງກໍານົດໃຫ້ລະອຽດຊັດເຈນ.

ສ່ວນອຸບັດຕິເຫດທີ່ມີການພົວພັນເຖິງນັກການທູດຕ້ອງຮີບດ່ວນ, ລົງໄປສະຖານທີ່ເກີດເຫດ, ລາຍງານໃຫ້ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງ, ກົມຕຳຫຼວດຈະລາຈອນ ຮັບຊາບ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ປະຕິບັດໃຫ້ຖືກຕ້ອງຕາມຫຼັກການກວດກາຊັນນະສູດວັດແທກໃຫ້ຄົບຖ້ວນ, ບັນທຶກການກວດກາຊັນນະສູດວັດແທກໃຫ້ລະ ອຽດ, ການຈົດເອົາຄໍາໃຫ້ການແມ່ນໃນນາມພະຍານ( ຜູ້ເຫັນເຫດການ ) ຈະດໍາເນີນເອົາຄໍາໃຫ້ການໄດ້ກໍຕໍ່ເມື່ອມີການເຫັນດີຈາກເຂົາເຈົ້າ, ຖ້າບັນຫາຕ່າງໆທີ່ໄດ້ຖາມຫາກຖືກປະຕິ ເສດ ກໍຕ້ອງຈົດເຂົ້າໃນບົດບັນທຶກ, ຄົນຕ່າງປະເທດເຊິ່ງບໍ່ມີໜ້າທີ່ທາງການທູດ ( ຊ່ຽວຊານ, ນັກທຸລະກິດ, ນັກຮຽນ, ນັກຄົ້ນຄ້ວານັກທ່ອງທ່ຽວ ) ການດຳເນີນຄະດີແມ່ນປະຕິບັດຕາມວິຊາສະເພາະ ແລະ ລະບຽບກົດໝາຍ, ຮີບລາຍງານໃຫ້ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງ ແລະ ກົມຕຳຫຼວດຈະລາຈອນສາຍດ່ວນ ເພື່ອມີທິດທາງແກ້ໄຂ; ການດຳເນີນຄະດີອຸບັດຕິເຫດທີ່ມີຜົນເສຍຫາຍຫຼວງຫຼາຍ, ພົວພັນເຖິງສ່ວນຕົວບຸກຄົນ ແຕ່ມີສິດໃນນາມນັກການທູດ ຫຼື ອົງການຈັດຕັ້ງສາກົນ ລ້ວນແຕ່ຖືກແກ້ໄຂຕາມກົດໝາຍ ວ່າດ້ວຍການພົວ ພັນການຕ່າງປະເທດ.

ສຳລັບອຸບັດຕິເຫດທີ່ມີຄົນເສຍຊີວິດ, ມີຜົນເສຍຫາຍຫຼາຍພົວພັນກັບຫຼາຍພາກສ່ວນ ແລະ ມີລັກສະນະສັບສົນແມ່ນໃຫ້ລາຍງານກອງບັນຊາການ ແລະ ກົມຕຳຫຼວດຈະລາຈອນດ່ວນ ເພື່ອ ເອກະພາບໃນການແກ້ໄຂ; ການຄົ້ນຄວ້າລົງຄຳເຫັນການລະເມີດກົດຈະລາຈອນພາໃຫ້ເກີດອຸບັດຕິເຫດໃຫ້ນຳໃຊ້ມາດຕາ 145, ການຫຼົບໜີຈາກອຸບັດຕິເຫດ ມາຕຕາ 146 ທີ່ນອນຢູ່ໃນປະມວນກົດໝາຍອາຍາເລກທີ 28/ສພຊ ລົງວັນທີ 17 ພຶດສະພາ 2017; ສ່ວນການກັກພາຫະນະທີ່ເກີດອຸບັດຕິເຫດໃຫ້ອີງໃສ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຍຸຕິທໍາເລກ ທີ 03/ຄປຈ ແລະ ຂໍ້ກຳນົດຂອງລັດ ຖະມົນຕີວ່າການກະຊວງພາຍໃນ ວ່າດ້ວຍການດໍາເນີນ ແລະ ແກ້ໄຂຄະຕິອຸບັດຕິເຫດຂອງການສັນຈອນຕາມເສັ້ນທາງຫຼວງ ເລກທີ 1095/ພນ; ສຳລັບການກັກຕົວຜູ້ຂັບຂີ່ທີ່ເກີດອຸ ບັດຕິເຫດໃຫ້ປະຕິບັດຕາມມາດຕາ 138 ຂອງ ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ.