ນາຍຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ (ໜຶ່ງແລວໜຶ່ງເສັ້ນທາງ) ຂອງ ສປ ຈີນ ເປັນຂໍ້ລິເລີ່ມທີ່ສະເໜີຂຶ້ນຖືກກັບກາລະເວລາ ແລະ ກາລະໂອກາດທີ່ສຸດແຫ່ງການເສີມຂະຫຍາຍການພົວພັນຮ່ວມມືກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ເຊິ່ງການເຊື່ອມຈອດພື້ນຖານໂຄງລ່າງ, ການຄ້າ, ການເງິນ, ການທ່ອງທ່ຽວ, ສາທາລະນະສຸກ, ການພັດທະນາຊົນນະບົດ, ການຮ່ວມມືດ້ານກະສິກຳ ແລະອື່ນໆ, ທັງເປັນການປ່ຽນໂສມໜ້າໃໝ່ຂອງປະເທດລາວມີທາງອອກສູ່ທະເລ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວເມື່ອບໍ່ດົນມານີ້ວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ’’ ເປັນຂໍ້ລິເລີ່ມທີ່ຖືກກັບກາລະເວລາ ແລະ ກາລະໂອກາດທີ່ສຸດແຫ່ງການເສີມຂະຫຍາຍການພົວພັນຮ່ວມມືກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍຜ່ານການຮ່ວມມືດ້ານການເຊື່ອມຈອດພື້ນຖານໂຄງລ່າງ, ເສດຖະກິດ, ການຄ້າການລົງທຶນ ແລະ ການເຊື່ອມຈອດລະຫວ່າງປະຊາຊົນກັບປະຊາຊົນ ທັງຍັງເປັນການຮັດແໜ້ນການຮ່ວມມືລະຫວ່າງ ສປ ຈີນ ກັບບັນດາປະເທດທີ່ຢູ່ຕາມແລວໜຶ່ງແລວໜຶ່ງເສັ້ນ ທາງໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສົ່ງເສີມການເຊື່ອມຈອດດ້ານຕ່າງໆທັງໃນພາກພື້ນ, ລະຫວ່າງພາກພື້ນ ກໍຄືໃນທົ່ວໂລກ ແລະ ເປີດໂອກາດໃຫ້ບັນດາປະເທດກໍາລັງພັດທະນາ ລວມທັງ ສປປ ລາວ ສາມາດປັບປຸງພື້ນຖານໂຄງລ່າງ, ນໍາໃຊ້ທ່າແຮງຂອງຕົນສົມທົບກັບການສະໜັບ ສະໜູນຊ່ວຍເຫຼືອຈາກພາຍນອກ ແລະ ຂົນຂວາຍທຶນຮອນ ເພື່ອມາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ.

ໂອກາດດນີ້, ນາຍົກຍັງໄດ້ຊົມເຊີຍຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດໃນການຮ່ວມມືລະ ຫວ່າງ ສປປ ລາວ ແລະ ສປ ຈີນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງ ເສັ້ນທາງໃນໄລຍະຜ່ານມາ “ຈາກຂໍ້ລິເລີ່ມໄດ້ກາຍເປັນຄູ່ຮວ່ມຍຸດທະສາດຮອບດ້ານລາວ-ຈີນ ແລະ ກ້າວສູ່ການ ຮ່ວມມືຕົວຈິງ, ເຊິ່ງໄດ້ຮັບການຜັນຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງໃນຫຼາຍໆດ້ານ. ຜ່ານມາ, ບໍ່ວ່າຈະເປັນການຮ່ວມມືດ້ານການເຊື່ອມຈອດພື້ນຖານໂຄງລ່າງ, ການຄ້າ, ການເງິນ, ການທ່ອງທ່ຽວ, ສາທາລະນະສຸກ, ການພັດທະນາຊົນນະບົດ, ການຮ່ວມມືດ້ານກະສິກຳ ແລະອື່ນໆ”, ໂດຍສະເພາະໂຄງການທາງລົດໄຟ ລາວ-ຈີນ (ຄຸນໝິງ ຫາ ນະຄອນ ຫຼວງວຽງຈັນ) ແລະ ໂຄງການທາງດ່ວນລາວ-ຈີນ (ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ), ເຊິ່ງເປັນໂຄງການ ທີ່ໃຫຍ່ ແລະ ສໍາຄັນ ໂດຍສອດຄ່ອງກັບແຜນຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດທີ່ສາມາດ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ທັງຍັງເປັນໂຄງການທີ່ມີຄວາມໝາຍອັນເປັນປະຫວັດສາດໃນການຮ່ວມມືຂອງ ສອງຊາດລາວ-ຈີນ ແລະ ຈະເປັນໂຄງ ການສຳຄັນໃນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເຊື່ອມໂຍງເສດຖະ ກິດຂອງ ສປປ ລາວ ເຂົ້າກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ.

ເຊິ່ງການສືບຕໍ່ຮ່ວມມືກັນຂອງສອງ ປະເທດພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຈະປະກອບສ່ວນອັນລ້ຳຄ່າ ເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ ກໍຄືຄວາມພະຍາ ຍາມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ເປັນການຍົກສູງຂີດຄວາມສາມາດໃນການນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີຢູ່ເພື່ອເຊື່ອມຈອດ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໄດ້ຢ່າງເຂັ້ມແຂງ ແລະ ໝັ້ນທ່ຽງ, ທັງຈະເປັນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສົ່ງ ເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນທັງສອງຊາດລາວ-ຈີນ ໃຫ້ຫຼາຍຂຶ້ນເລື້ອຍໆ.