ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໂຂງ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ເມສາ 2021, ໄດ້ຮັບການລາຍງານວ່າ: ພົບຄົນເສຍຊີວິດຢູ່ທົ່ງນາ ເຂດບ້ານກະດັນ ເມືອງໂຂງ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ ແລະ ສັນນະສູດສະຖານທີ່ດັ່ງກ່າວ ຈຶ່ງຮູ້ວ່າຜູ້ ເສຍຊີວິດ ຊື່ທ້າວ ບົວ ອາຍຸ 19 ປີ ຢູ່ບ້ານກະດັນ ຜູ້ເສຍຊີວິດຍ້ອນຖືກໄຟຟ້າຊ໋ອດຢູ່ທົ່ງນາຂອງ ທ້າວ ວັນທອງ ອາຍຸ 37 ປີ ຢູ່ບ້ານກະດັນ ກ່ອນນຳຕົວໄປສອບສວນຂະຫຍາຍຜົນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ, ທ້າວ ວັນທອງ ໄດ້ ສາລະພາບວ່າ: ໃນຕົ້ນເດືອນມັງກອນ 2021, ຜູ້ກ່ຽວພ້ອມຄອບຄົວໄດ້ເຮັດນາແຊງຢູ່ທົ່ງນາ ບ້ານກະດັນ. ຈາກນັ້ນ, ພາຍຫຼັງດຳນາແລ້ວຜູ້ກ່ຽວ ເຫັນວ່າມີງົວ-ຄວາຍ ໄດ້ມາກັດກິນຕົ້ນເຂົ້າຂອງຕົນ ຈຶ່ງໄດ້ຊື້ສາຍເຫຼັກລວດມາຢັ້ງອ້ອມນາ.

ຈາກນັ້ນ, ກໍໄດ້ເອົາເສັ້ນລວດເບື້ອງໜຶ່ງສຸບປັກສຽບໄຟຟ້າຢູ່ຖຽງນາຂອງຕົນ ແລະ ເສັ້ນເບື້ອງໜຶ່ງກໍໄດ້ຢັ້ງອ້ອມນາເພື່ອຊ໋ອດສັດດັ່ງກ່າວ. ຮອດວັນທີ 14 ເມສາ 2021 ຜູ້ກ່ຽວຈຶ່ງໄດ້ ສຸບປັກສຽບປະໄວ້ໝົດຄືນ ຕົກມາຮອດວັນທີ 15 ເມສາ 2021 ເວລາປະມານ 4:00 ໂມງ ເຊົ້າ ຜູ້ກ່ຽວໄດ້ລຸກແຕ່ບ່ອນນອນ ແລະ ແນມເຫັນ ແສງໄຟໂຄມຮຸ່ງຢູ່ແຄມນາຂອງຜູູ້ກ່ຽວ ຈຶ່ງໄດ້ ຖອດປັກສຽບໄຟຟ້າອອກແລ້ວຍ່າງໄປເບິ່ງເຫັນ ທ້າວ ບົວ ນອນຂວໍ້າໜ້າທັບເສັ້ນເຫຼັກລວດທີ່ຜູ້ກ່ຽວຢັ້ງໄວ້ຊ໋ອດສັດ, ຂະນະນັ້ນ ໄດ້ຫຼຽວເຫັນ ຄຸຢາງ 1 ໜ່ວຍ ຢູ່ຂ້າງຜູ້ເສຍຊີວິດ, ເຊິ່ງໃນຄຸແມ່ນມີໂຕກົບ ແລະອື່ນໆທີ່ຜູ້ເສຍຊີວິດຫາມາ.

ເວລາຕໍ່ມາ, ຜູ້ກ່ຽວຢ້ານມີຄວາມຜິດ ຈຶ່ງໄດ້ແບກເອົາຊາກສົບຂອງ ທ້າວ ບົວ ໄປຖິ້ມຢູ່ທົ່ງນາ ຂອງຄົນອື່ນ, ເຊິ່ງຢູ່ຫ່າງຈາກນາຂອງຕົນປະມານ 500 ເມັດ. ຕໍ່ມາ, ຮອດເວລາ 15:00 ໂມງຂອງວັນດຽວກັນ. ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີຕາມລະບຽບກົດ ໝາຍ.

ເຈົ້່າໜ້າທີ່ ຍັງໃຫ້ຮູ້ອີກວ່າ: ການກະທໍາຂອງ ທ້າວ ວັນທອງ ເປັນການກະທໍາຜິດຕໍ່ມາດຕາ 208 ຂອງກົດໝາຍອາຍາ ແຫ່ງ ສປປ ລາວ, ເຊິ່ງໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ ລະມັດລະວັງ ແລະ ແຕະຕ້ອງເຖິງຊີວິດຂອງຄົນອື່ນ ພ້ອມທັງສ້າງຄວາມບໍ່ສະຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມນຳອີກ.