ຄະນະສະເພາະກິດຂັ້ນແຂວງສະຫວັນນະເຂດ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ ໃຫ້ກອງ ບັນຊາການ ປກສ ແຂວງສະຫວັນນະເຂດ ໃນວັນວັນທີ 24 ສິງຫາຜ່ານມາ; ຕາງໜ້າມອບໂດຍ ທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ, ກ່າວຮັບໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະສະເພາະກິດຂັ້ນ ແຂວງ, ຄະນະຫ້ອງ ແລະ ວິຊາການກ່ຽວ ຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ ນໍ້າດື່ມ 100 ແພັກ, ຖົງມື 50 ຄູ່, ເຈວລ້າງມື 50 ກວດ, ໝີ່ 10 ແກັດ, ຢາສະຜົມ 3 ແກັດ, ສະບູ 3 ແກັດ, ຢາຖູແຂ້ວ 3 ແກັດ, ປາກະປັອງ 3 ແກັດ, ນົມ 3 ແກັດ, ແປງຖູແຂ້ວ 2 ແກັດ ແລະ ເງິນສົດ 10.000.000 ກີບ ( ສິບລ້ານກີບ) ແລະ ຜ້າປິດປາກ-ດັງ ຈຳນວນ 100 ກັບ.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນດຽວ ກັນສະໜາມຍິງປືນ 5 ເມສາ, ໄດ້ມອບຢາປິ່ນປົວ 1 ແກັດ ແລະ ເງິນສົດຈຳ ນວນ 30.000.000 ກີບ, ໃຫ້ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ; ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຕາງໜ້າມອບໂດຍກົມເສນາຮັກ ກະຊວງ ປກສ, ຮັບ ໂດຍ ພັທ ຄຳສະໄໝ ສິດທິຊົນ ຫົວໜ້າຫ້ອງພະລາທິການ ປກສ ແຂວງສະຫວັນນະເຂດ.