ໃນວັນທີ 10 ສິງຫາ 2021, 4 ຈໍາເລີຍ ຖືກຄະນະສານອາຍາສານປະຊາຊົນນະຄອນຫຼວງ ວຽງຈັນ ຕັດສິນລົງໂທດພວກກ່ຽວໃນສະຖານ ການຄ້າຂາຍຢາເສບຕິດປະເພດຢາບ້າ ເຊິ່ງໃນນັ້ນ, 2 ຈໍາເລີຍ ຖືກສານຕັດສິນລົງໂທດຈໍາຄຸກຕະ ຫຼອດຊີວິດ ແລະ ປັບໄໝ 500 ລ້ານກີບ ແລະ ອີກ 2 ຈໍາເລີຍ ທີ່ຮ່ວມຂະບວນການຖືກລົງໂທດ ຈໍາຄຸກຜູ້ລະ 5 ປີ ພ້ອມທັງຖືກປັບໃໝຕາມກົດໝາຍ.

ຈຳເລີຍ 1 ຊື່ ທ້າວ ປານຄໍາ (ຈໍາເລີຍ1) ອາ ຍຸ 26 ປີ ຢູ່ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ ປກສ ວ່າ: ໄດ້ເລີ່ມເສບຢາບ້າ ມາແຕ່ປີ 2010 ມາຈົນເຖິງ ປັດຈຸບັນ ໂດຍເສບມື້ລະ 9 ເມັດ, ຢາບ້າທີ່ນໍາ ມາເສບແມ່ນຊື້ນໍາໄວລຸ້ນບໍ່ຮູ້ຊື້ ຢູ່ຮ້ານເກມທົ່ວ ໄປ ແລະ ພາຍຫຼັງທີ່ໄດ້ຢາບ້າແລ້ວກໍເອົາມາ ເສບຄົນດຽວຢູ່ເຮືອນ; ມາຮອດເດືອນທັນວາ 2019 ຜູ້ກ່ຽວຈຶ່ງໄດ້ຮູ້ຈັກກັບ ທ້າວ ສຸລິສັກ ຫຼື ເອກ (ຈໍາເລີຍ 2) ຢູ່ຮ້ານເກມແຫ່ງໜຶ່ງເຂດບ້ານທາດຫຼວງ ແລະ ຈາກນັ້ນ ກໍໄດ້ເລີ່ມໄປຊື້ຢາບ້າ ນໍາ ທ້າວ ສຸລິສັກ ມາໄວ້ເສບ ຊື້ຄັ້ງລະ 10 ເມັດ ເມື່ອໄດ້ຢາບ້າແລ້ວກໍເອົາມາເສບຄົນດຽວ, ມາ ຮອດວັນທີ 12 ມີນາ 2020 ທ້າວ ໂຊກໄຊ (ນ້ອງຮັກ) ໄດ້ມາຫຼິ້ນນໍາຜູ້ກ່ຽວຢູ່ເຮືອນ ແລະ ພວກກ່ຽວກໍໄດ້ພາກັນໄປຊື້ຢາບ້ານໍາ ທ້າວ ສຸລິ ສັກ ອີກ ຈໍານວນ 40 ເມັດ ແລະ ຫຼັງຈາກໄດ້ຢາ ບ້າແລ້ວ ຜູ້ກ່ຽວກໍເອົາໄປຂາຍໃຫ້ກໍາມະກອນ ພາຍໃນບ້ານບໍ່ຮູ້ຈັກຊື່ ຈໍານວນ 8 ເມັດ ຍັງເຫຼືອ ຢາບ້າ ຈໍານວນ 32 ເມັດ ຈຶ່ງເອົາໃຫ້ທ້າວ ໂຊກໄຊ ເປັນຄົນເກັບໄວ້ ຫຼັງຈາກນັ້ນ, ພວກກ່ຽວກໍພາກັນ ໄປຫຼິ້ນເກມຢູ່ເຂດບ້ານໂນນຫວາຍ ເມືອງໄຊ ເສດຖາ ແລະ ເວລາຕໍ່, ພວກກ່ຽວມາຈຶ່ງຖືກເຈົ້າ ໜ້າທີ່ກັກຕົວພ້ອມຢາບ້າຈໍານວນດັ່ງກ່າວໄປ ສອບສວນ.

ທ້າວ ສຸລິສັກ ຫຼື ເອກ (ຈໍາເລີຍ 2) ອາຍຸ 36 ປີ ຢູ່ບ້ານໂຊກຄຳ ເມືອງໄຊເສດຖາ ສາລະພາບ ວ່າ: ໄດ້ເສບພົວພັນເສບຢາບ້າມາໄດ້ຫຼາຍປີແລ້ວ ເຊິ່ງຢາບ້າທີ່ນໍາມາເສບແມ່ນຊື້ນໍາໄວລຸ້ນບໍ່ຮູ້ຈັກ ຊື່ ຢູ່ຮ້ານເກມທົ່ວໄປ, ເດືອນກຸມພາ 2020 ຜູ້ ກ່ຽວໄດ້ຫັນຈາກຜູ້ເສບມາເປັນຜູ້ຄ້າຂາຍ ໂດຍ ການໄປຕິດຕໍ່ຊື້ນໍາພວກໄວລຸ້ນບໍ່ຮູ້ຈັກຊື້ຢູ່ຮ້ານ ເກມທີ່ຕົນມັກໄປຫຼິ້ນຢູ່ເຂດບ້ານທາດຫຼວງ ຈໍາ ນວນຫຼາຍຄັ້ງ ຄັ້ງລະ 25-50 ເມັດ ແລະ ເມື່ອ ໄດ້ຢາບ້າມາໃນແຕ່ລະຄັ້ງກໍໄດ້ແບ່ງຂາຍຕໍ່ໃຫ້ ພວກຮ່ວມການນໍາກັນ; ມາຮອດເດືອນມີນາ 2020 ທ້າວ ຄໍາຫວຽງ ຫຼື ໂນ່ (ຈໍາເລີຍ 3) ໄດ້ ໂທລະສັບມາຫາວ່າ: ຢາກໄດ້ຢາບ້າໄປຂາຍບໍ່ ແລະ ຜູ້ກ່ຽວກໍຕອບວ່າຢາກໄດ້ ແຕ່ບໍ່ມີເງິນຊື້, ທ້າວ ຄໍາຫວຽງ ຈຶ່ງບອກອີກວ່າຖ້າຕ້ອງການ ຂາຍຈະອອກເງິນໃຫ້ກ່ອນ ແລະ ເມື່ອຂາຍຢາ ບ້າໝົດແລ້ວຈຶ່ງມາຈ່າຍເງິນຕາມຫຼັງ; ຮອດວັນ ທີ 12 ມີນາ 2020 ເວລາ 20:30 ໂມງ ຜູ້ກ່ຽວຈຶ່ງໄດ້ອອກໄປຮັບເອົາຢາບ້ານໍາ ທ້າວ ຄໍາຫວຽງ ຈໍານວນ 1 ມັດ ເທົ່າກັບ 2.000 ເມັດ (ຕິດໜີ້). ຈາກນັ້ນ, ກໍເອົາຢາບ້າມາແບ່ງຂາຍກິນກໍາໄລ ເຊິ່ງໄດ້ຂາຍໃຫ້ໄວລຸ້ນຢູ່ຕາມຮ້ານເກມຈໍານວນ ຫຼາຍຄົນ ແລະ ຂາຍໃຫ້ ທ້າວ ປານຄໍາ ຈໍານວນ 40 ເມັດ ຍັງເຫຼືອຈໍານວນ 28 ເມັດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາຂະຫຍາຍຜົນ.

ທ້າວ ຄໍາຫວຽງ ຫຼື ໂນ່ (ຈໍາເລີຍ 3) ອາຍຸ 28 ປີ ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖະ ນະຄອນຫຼວງວຽງຈັນ ສາລະພາບວ່າ: ໄດ້ເລີ່ມ ພົວພັນເສບຢາເສບຕິດ ມາແຕ່ປີ 2014, ຢາບ້າ ທີ່ເອົາມາເສບແມ່ນຊື້ນໍາຄົນບໍ່ຮູ້ຊື່ຢູ່ຮ້ານເກມທົ່ວໄປຈໍານວນຫຼາຍຄັ້ງ ແລະ ມາຮອດເດືອນທັນວາ 2019 ທ້າວ ບຸນໂຂງ ຫຼື ຊ້າງ (ຈໍາເລີຍ 4) ໄດ້ ມາຫຼິ້ນນໍາ ແລະ ຕົນເອງໄດ້ເວົ້າກັບ ທ້າວ ບຸນໂຂງ ເລື່ອງການເສບຢາບ້າ ແລະ ທ້າວ ບຸນໂຂງ ໄດ້ ຖາມຕົນເອງວ່າຢາກໄດ້ຢາບ້າມາຂາຍບໍ່? ມີ ອ້າຍຮັກຈະເອົາຢາບ້າມາຂາຍໃຫ້, ໃນຂະນະ ນັ້ນ, ຕົນເອງກໍຕອບວ່າຢາກໄດ້ມາຂາຍຢູ່ ແຕ່ບໍ່ມີບ່ອນຂາຍຖ້າມີບ່ອນຂາຍແລ້ວຈະບອກ; ມາ ຮອດວັນທີ 10 ມີນາ 2020 ທ້າວ ບຸນໂຂງ ໄດ້ ມາຫາຕົນອີກ ພ້ອມຍັງຖາມຕົນອີກວ່າ: ຍັງ ຢາກໄດ້ຢາບ້າມາຂາຍຢູ່ບໍ່ ແລະ ຕົນກໍໄດ້ໂທ ລະສັບຫາ ທ້າວ ສຸລິສັກ ວ່າຕ້ອງການຮັບເອົາ ຢາບ້າໄປຂາຍບໍ່? ທ້າວ ສຸລິສັກ ກໍຕອບວ່າ ຢາກໄດ້ແຕ່ບໍ່ມີເງິນຊື່ ຕົນຈຶ່ງໄດ້ບອກໃຫ້ທ້າວ ສຸລິສັກ ມາເອົາຢາບ້າໄປຂາຍກ່ອນ. ຈາກນັ້ນ, 3 ມື້ຕໍ່ມາ, ທ້າວ ບຸນໂຂງ ຈຶ່ງໄດ້ເອົາຢາບ້າ ຈໍານວນ 1 ແພັກ ເທົ່າກັບ 5 ມັດ, ມີ 10.000 ເມັດ ມາ ໃຫ້ຕົນເອງຂາຍກ່ອນ ແລະ ພາຍຫຼັງທີ່ໄດ້ຢາບ້າມາແລ້ວກໍເອົາໄປເສບເອງຈໍານວນໜຶ່ງ ແລະ ຂາຍໃຫ້ທ້າວ ສຸລິສັກ ຈໍານວນ 2.000 ເມັດ ແລະ ຂາຍໃຫ້ ນາງ ພອນ (ບໍ່ຮູ້ບ້ານ) ຢູ່ຮ້ານເກມ ຈໍາ ນວນ 200 ເມັດ; ວັນທີ 18 ມີນາ 2020 ເວລາ 15:00 ໂມງ ທ້າວ ສຸລິສັກ ໄດ້ໂທລະສັບ ມາສັ່ງຊື້ຢາບ້ານໍາຕົນອີກ ຈໍານວນ 2.000 ເມັດ ພ້ອມທັງບອກໃຫ້ເອົາຢາບ້າໄປໄປສົ່ງຢູ່ຮ້ານເກມ ບ້ານທາດຫຼວງ ພາຍຫຼັງທີ່ຕົນໄປຮອດຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວພ້ອມດ້ວຍຂອງກາງຢາບ້າຈໍາ ນວນດັ່ງກ່າວ ແລະ ເວລາຕໍ່ມາ, ເຈົ້າໜ້າທີ່ກໍໄດ້ນໍາ ຕົວຜູ້ກ່ຽວໄປກວດຄົ້ນເຮືອນຂອງຕົນ ຈຶ່ງພົບ ເຫັນຂອງກາງຢາບ້າຕື່ມອີກ ຈໍານວນ 2 ມັດ 7 ຖົງ ແລະ 25 ເມັດ ທີ່ຊຸກເຊື່ອງໄວ້ຫ້ອງນອນ ລວມຢາບ້າທັງໝົດ 3 ມັດ 7 ຖົງ ແລະ 25 ເມັດ ເທົ່າກັບ 7.425 ເມັດ.

ຈຳເລີຍ 4 ຊື່: ທ້າວ ບຸນໂຂງ ຫຼື ຊ້າງ ອາຍຸ 28 ປີ ຢູ່ບ້ານສົມສະຫວາດ ເມືອງໄຊເສດຖາ ໄດ້ໃຫ້ ການຮັບສາລະພາບວ່າ: ໃນໄລຍະປີ 2008 ຜູ້ກ່ຽວໄດ້ເຂົ້າຮຽນຢູ່ໂຮງຮຽນຕໍາຫຼວດນາຍສິບແຫ່ງໜຶ່ງ, ພາຍຫຼັງຮຽນຈົບມາແລ້ວໄດ້ສັງກັດຢູ່ໜ່ວຍງານ ຈະລາຈອນ (ສາຍກວດ) ກອງບັນຊາການ ປກສ ເມືອງປາກງື່ມ ແລະ ເດືອນກັນຍາ 2017 ໄດ້ລົງ ປະຕິບັດໜ້າທີ່ ຕັ້ງດ່ານກວດກາຍານພາຫະນະຢູ່ ເສັ້ນທາງ ເລກທີ 13 ໃຕ້ ຕໍ່ໜ້າໂຮງຮຽນ ປກສ ຊັ້ນ ຕົ້ນບ້ານໄຮ່, ພໍຮອດເວລາ 13:00 ໂມງ ຂອງວັນ ດຽວກັນໄດ້ມີ ຜູ້ຊາຍ 1 ຄົນ ຂັບຂີ່ລົດຈັກເວບ 100 ສີແດງດໍາ ບໍ່ມີປ້າຍທະບຽນມາແຕ່ບ້ານທ່າພະບາດ, ພໍໃກ້ຈະຮອດດ່ານກວດກາຊາຍຄົນດັ່ງກ່າວໄດ້ລ້ຽວລົດຈັກກັບຄືນ, ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຂັບຂີ່ລົດຈັກ ນໍາໄປ ໄດ້ປະມານ 200 ແມັດ ພົບເຫັນຜູ້ຊາຍດັ່ງກ່າວ ລ້ຽວລົດເຂົ້າໄປໃນປ່າ ແລ້ວຖິ້ມລົດກ່ອນເອົາຕົວ ຫຼົບໜີ ແລະ ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ເຂົ້າໄປກວດ ຄົ້ນລົດຄັນດັ່ງກ່າວ ໄດ້ພົບເຫັນຢາບ້າ ຈໍານວນ 1 ແພັກ ມີ 5 ມັດ ເທົ່າກັບ 10.000 ເມັດ ວາງໄວ້ຢູ່ ຂ້າງສານພະພູມໃກ້ກັບລົດຈັກຄັນດັ່ງກ່າວ ແຕ່ຜູ້ ກ່ຽວບໍ່ໄດ້ບອກໃຫ້ໃຜຮັບຮູ້ນໍາສ່ວນລົດຄັນດັ່ງ ກ່າວແມ່ນໄດ້ນໍາໄປມອບໃຫ້ຫ້ອງການ ປກສ ເມືອງ ປາກງື່ມ ເກັບຮັກສາໄວ້ ແລະ ໃນເວລາຕໍ່ມາ, ຜູ້ ກ່ຽວຈຶ່ງໄດ້ຂັບຂີ່ລົດຈັກກັບຄືນໄປເອົາຢາບ້າ ມາຊຸກເຊື່ອງໄວ້ຫໍພັກ, ຕົກມາຮອດເດືອນທັນວາ 2019 ຈຶ່ງໄດ້ໄປຫຼິ້ນນໍາ ທ້າວ ຄໍາຫວຽງ ຢູ່ບ້ານ ວຽງຈະເລີນ ແລະ ທ້າວ ຄໍາຫວຽງ ໄດ້ເວົ້ານໍາຜູ້ກ່ຽວ ວ່າ ຖ້າໄປຕັ້ງດ່ານກວດກາໄດ້ຢາບ້າເອົາມາໃຫ້ເສບ ແດ່? ໃນເວລານັ້ນຜູ້ກ່ຽວ ຈຶ່ງຄິດໄດ້ວ່າຜູ້ກ່ຽວມີຢາເສບ ຕິດ (ຢາບ້າ) ທີ່ໄດ້ຊຸກເຊື່ອງໄວ້ຢູ່ຫໍພັກຈຶ່ງໄດ້ ຖາມ ທ້າວ ຄໍາຫວຽງ ວ່າຖ້າຢາກໄດ້ຢາບ້າມາຂາຍ ຊິເອົານໍາອ້າຍຮັກມາຂາຍໃຫ້ ແລະ ທ້າວ ຄໍາຫວຽງ ກໍຕອບຕົກລົງ; ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ໄປເອົາຢາ ບ້າທີ່ຊຸກເຊື່ອງໄວ້ນັ້ນມາໃຫ້ ທ້າວ ຄໍາຫວຽງ ຂາຍ ແລະ ຕົກມາຮອດວັນທີ 24 ມີນາ 2020 ກໍຈຶ່ງຖືກ ເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມກົດໝາຍ.

ເນື້ອໃນຄະດີທີ່ກ່າວມາຂ້າງເທິງນັ້ນແມ່ນຕາງໜ້າອົງການໄອຍະການ ນະຄອນຫຼວງວຽງຈັນ ຖະແຫຼງຕໍ່ສານປະຊາຊົນນະຄອນຫຼວງວຽງຈັນ ໃນມື້ ຕັດສິນຄະດີໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນ ຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍາ ນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ມີຂໍ້ມູນຫຼັກຖານທີ່ສາມາດຢັ້ງຢືນໄດ້ວ່າການກະທໍາຂອງພວກຈໍາເລີຍ ທັງ 4 ຄົນ ເຫັນວ່າມີຫຼັກຖານທີ່ຫຼັກແໜ້ນ ແລະ ຖືກຕ້ອງຕາມຂໍ້ກ່າວຫາແທ້ ເຊິ່ງເປັນການກະທໍາ ຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ທີ່ແຕະຕ້ອງເຖິງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາມາດ ຕາ 315 ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດຈໍາຄຸກ ທ້າວ ປານຄໍາ (ຈໍາເລີຍ 1) ແລະ ທ້າວ ສຸລິສັກ ຫຼື ເອກ (ຈໍາເລີຍ 2) ຜູ້ລະ 5 ປີ ແລະ ປັບໄໝ ຜູ້ລະ 10.000.000 ກີບ ສ່ວນ ທ້າວ ຄໍາວຽງ ຫຼື ໂນ່ (ຈໍາເລີຍ 3) ແລະ ທ້າວ ບຸນໂຂງ ຫຼື ຊ້າງ (ຈໍາເລີຍ 4) ແມ່ນລົງໂທດຈໍາຄຸກຕະຫຼອດຊີວິດ ພ້ອມ ທັງປັບໃໝຜູ້ລະ 500.000.000 ລ້ານກີບ.