ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າ ຈັບຜູ້ຖືກຫາຄ້າຂາຍ-ເສບຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງຢາບ້າ 69 ເມັດ ແລະ ຢາຝິ່ນ 265 ກຼາມ ໃນວັນທີ 28 ກໍລະກົດ 2021 ຜ່ານມາ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ໝ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຊື້-ຂາຍຢາເສບຕິດ ຢູ່ເຂດບ້ານຕາປ້າວ-ດອຍປອຍ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງຈັດກຳລັງວິຊາສະເພາະລົງໄປເກັບກຳຂ່າວຢູ່ຂອບເຂດຈຸດດັ່ງກ່າວ ເຫັນວ່າມີມູນຄວາມຈິງ ຈຶ່ງສະແດງຕົວເຂົ້າກັກຕົວຜູ້ຖືກຫາໄດ້ 3 ຄົນ; ຜ່ານການສອບສວນໃນເບື້ອງຕົ້ນຂອງເຈົ້າໜ້າທີ່, ຜູ້ຖືກຫາທັງ 3 ຄົນ ຊື່: ທ້າວ ໄມນວນ ອາຍຸ 26 ປີ ຢູ່ບ້ານຕາປ້າວ-ດອນປອຍ ກວດຄົ້ນຕົວພົບຂອງກາງຢາບ້າ 26 ເມັດ, ທ້າວ ດາວເພັດ ອາຍຸ 21 ປີ, ບ້ານຕາປ້າວ-ດອນປອຍ ພົບຂອງກາງຢາບ້າ 43 ເມັດ ແລະ ທ້າວ ຊໍພໍ ອາຍຸ 36 ປີ, ຢູ່ບ້ານເອີຫຼ້າ ພ້ອມຂອງກາງຢາເສບຕິດປະເພດຢາຝິ່ນ 265 ກຼາມ. ພວກກ່ຽວທັງ 3 ຄົນແມ່ນຢູ່ເມືອງສິງ ແຂວງຫຼວງນ້ຳທາ.

ພວກກ່ຽວໄດ້ຮັບສະລະພາບວ່າ: ຢາເສບຕິດປະເພດຢາບ້າຈຳນວນ 69 ເມັດ ແລະ ຢາເສບຕິດປະເພດຢາຝິ່ນ 265 ກຼາມ ທີ່ເຈົ້າໜ້າທີ່ກວດກາພົບເຫັນນັ້ນແມ່ນຂອງພວກກ່ຽວແທ້; ເຊິ່ງພວກກ່ຽວໄດ້ຕິດຕໍ່ພົວພັນຊື້-ຂາຍນຳຄູ່ຮ່ວມຂະບວນການດຽວກັນຢູ່ເມືອງສິງ ແລະ ເມືອງລອງ ຈຸດ ປະສົງແມ່ນຊື້ມາເພື່ອໄວ້ເສບເອງ ແລະ ຂາຍ.

ປັດຈຸບັນ, ຜູ້ຖືກຫາທັງ 3 ຄົນ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 69 ເມັດ ແລະ ຢາເສບຕິດປະເພດຢາຝິ່ນ 265 ກຼາມ, ເຈົ້າໜ້າທີ່ໄດ້ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ສືບຕໍ່ດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມ ແກ້ງມາດຳເນີນຄະດີຕາມລະບຽບກົດໝາຍ.