ກອງບັນຊາການ ປກສ ແຂວງເຊກອງ ໄດ້ປະກາດໂຍກຍ້າຍ-ແຕ່ງຕັ້ງຄະນະບັນຊາຂັ້ນຫົວໜ້າ-ຮອງຫ້ອງ ໃນທ້າຍອາທິດຜ່ານມານີ້; ເປັນປະທານໂດຍ ພົຈວ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າ-ຮອງຫ້ອງ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການໂຍກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງເຊກອງ ຈໍານວນ 9 ສະຫາຍ; ໃນນີ້, ພັທ ແສງເດືອນ ແກ້ວເມກ ຈາກຄ້າຍຄຸມຂັງ-ດັດສ້າງ ໄດ້ຮັບໜ້າທີ່ໃໝ່ຢູ່ຫ້ອງພະລາທິການ; ພັທ ຈັນ ທອນ ພົງພິຈິດ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ; ພັທ ສົມຫວັງ ກວດແກ້ວມະນີວົງ ຈາກຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຢູ່ຄ້າຍຄຸມຂັງ-ດັດສ້າງ; ພັທ ມູນສະຫວັດ ສີລິວັດ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ຄ້າຍຄຸມຂັງ-ດັດສ້າງ; ພັຕ ບຸນມີ ສາຍຈູມມະລີ ຈາກຄ້າຍຄຸມຂັງ-ດັດສ້າງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງຕໍາຫຼວດ; ພັທ ພອນປະເສີດ ໝື່ນວິເສດ ຈາກກອງບັນຊາການ ປກສ ເມືອງທ່າແຕງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງພະລາທິການ; ພັທ ສຸກັນ ແກ້ວດວງສີ, ພັທ ກິໄພ ຫຼົງ ໄຊຍະມົງຄຸນ ຈາກຫ້ອງຕໍາຫຼວດ ໄປຮັບໜ້າທີ່ໃໝ່ຢູ່ກອງພັນປ້ອງກັນເຄື່ອນທີ່; ພັທ ສັກປະເສີດ ວັນມິ່ງ ຈາກຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງ 504.

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງເຊກອງ ຈໍານວນ 17 ສະຫາຍ; ໃນນີ້, ແຕ່ງຕັ້ງ ພັທ ຈັນທອນ ພົງພິຈິດ ເປັນຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ; ພັທ ສົມຫວັງ ກວດ ແກ້ວມະນີວົງ ເປັນຫົວໜ້າຄ້າຍຄຸມຂັງ-ດັດສ້າງ; ພັຕ ແສງອາທິດ ສິງຫາລາດ ເປັນຮອງຫົວໜ້າຫ້ອງການ; ພັຕ ພອນສະຫວັນ ແກ້ວມະນີວົງ ເປັນຮອງຫົວໜ້າຫ້ອງສັນຕິບານ; ພັທ ຄໍາຜາຍ ວໍລະວົງ ພັຕ ບຸນມີ ສາຍຈູມມະລີ ແລະ ພັຕ ອັກສອນລິດ ກໍລະກັນ ເປັນຮອງຫົວໜ້າຫ້ອງຕໍາຫຼວດ; ພັທ ແສງເດືອນ ແກ້ວເມກ, ພັທ ພອນປະເສີດ ໝື່ນວິເສດ ເປັນຮອງຫົວໜ້າຫ້ອງພະລາທິການ; ພັທ ສັກປະເສີດ ວັນມິ່ງ ເປັນຮອງຫົວໜ້າຫ້ອງ 504; ພັທ ສຸກັນ ແກ້ວດວງສີ ເປັນຮອງຫົວໜ້າກອງພັນເຄື່ອນທີ່; ພັທ ກິໄພຫຼົງ ໄຊຍະມົງຄຸນ ເປັນຮອງຫົວໜ້າກອງພັນເຄື່ອນທີ່; ພັທ ມູນສະຫວັດ ສີລິວັດ ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ; ພັທ ທ່ອນຈັນ ຈັນທາທອງສະ ຫວັດ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງລະມາມ; ພັຕ ວົງໃຊ ໃໝຍະສອນ, ພັຕ ແສງເພັດ ສອນຄໍາເຢນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ; ພັຕ ສົມຈັນ ທໍາມະວົງ ເປັນຮອງກອງບັນຊາການເມືອງທ່າແຕງ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພົຈວ ສົມໄຊ ພູລະຄໍາມະນີ ໃຫ້ທິດຊີ້ນໍາຜູ້ທີ່ໄດ້ຮັບການຍົກຍ້າຍ-ແຕ່ງຕັ້ງຮັບໜ້າທີ່ໃໝ່ຄັ້ງນີ້ ເອົາໃຈໃສ່ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ໜັກແໜ້ນ; ຈໍາກັດຂໍ້ຂັດແຍ່ງ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການພັດທະນາ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ, ເອົາໃຈໃສ່ ປັບປຸງແບບແຜນວິທີນໍາພາ, ວິທີເຮັດວຽກໃຫ້ຮັດກຸມຂຶ້ນຕື່ມ, ຍົກສູງຄວາມຮັບຜິດຊອບ ພ້ອມກັນເຮັດໜ້າທີ່ຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້ໄດ້ຮັບຜົນສໍາເລັດ.