ທ້າວ ອື່ງຄໍາ ອາຍຸ 25 ປີ ຢູ່ບ້ານຫົວຂົວ ເມືອໄຊເສດຖາ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນລົງໂທດຈໍາຄຸກ 1 ປີ 6 ເດືອນໃນຄະດີລັກຊັບພົນລະເມືອງ ແຕ່ພາຍຫຼັງທີ່ພົ້ນໂທດ ອອກມາແລ້ວ ຜູ້ກ່ຽວກໍກັບຄືນໄປເຄື່ອນໄຫວລັກຊັບອີກ, ເຊິ່ງຖືວ່າເປັນການກະທໍາທີ່ບໍ່ເຂັດ ຫຼາບ ແລະ ຄັ້ງນີ້ແມ່ນໄດ້ຮ່ວມກັນກັບທ້າວ ຈັນທະວົງ ຫຼື ຄໍາ ອາຍຸ 32 ປີ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ. ແຕ່ໜີບໍ່ພົ້ນຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງໄປດໍາເນີນຄະດີ.

ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຈາກຜູ້ ເສຍຫາຍຊື່ ທ້າວ ນິກ ອາຍຸ 25 ປີ ອາຊີບພະນັກງານຕໍາຫຼວດ ຢູ່ບ້ານຊຽງດາ ວ່າ: ມີຄົນຮ້າຍຈໍານວນ 2 ຄົນເຂົ້າມາລັກເອົາລົດຈັກຈໍານວນ 2 ຄັນ ຄື: ລົດຈັກຄິກໄອ ສີຂາວ ໝາຍເລກທະບຽນ ຍຍ 3758 ສະຫວັນນະເຂດ ແລະ ລົດຈັກເວບ 100 ສີດໍາ ໝາຍເລກທະບຽນ ຈຮ 9538 ກໍາແພງນະຄອນ ຢູ່ເຮືອນຂອງຕົນ; ເວລາຕໍ່ມາ, ເຈົ້າໜ້າທີ່ວິຊາສະເພາະ ສົມທົບກັບອໍານາດການປົກຄອງ ບ້ານຊຽງດາ ຈຶ່ງໄດ້ລົງເກັບກໍາຂໍ້ມູນ ແລະ ກວດກາເບິ່ງກ້ອງວົງຈອນປິດຕາມເສັ້ນທາງພົບເຫັນ ຊາຍ 2 ຄົນຂັບຂີ່ລົດຈັກຢັນກັນມາມຸ່ງໜ້າມາທາງບ້ານໂນນຄໍ້ ແລະ ສາມາດກໍານົດເປົ້າໝາຍຊື່ ທ້າວ ຈັນທະວົງ ຫຼື ຄໍາ ແລະ ທ້າວ ອື່ງຄໍາ; ມາຮອດວັນທີ 18 ສິງຫາ, ຈຶ່ງສາມາດຈັບຕົວທ້າວ ອື່ງຄໍາ ມາສອບສວນຂະຫຍາຍຜົນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ອື່ງຄໍາ ສາລະພາບວ່າ: ເມື່ອວັນທີ 16 ສິງ ຫາ 2021, ເວລາປະມານ 14:00 ໂມງທ້າວ ຈັນທະວົງ ໄດ້ຂັບຂີ່ລົດຈັກມາຫຼິ້ນນໍາຕົນເອງຢູ່ ເຮືອນຈົນຮອດເວລາປະມານ 23:00 ໂມງ ຜູ້ກ່ຽວຈຶ່ງຂີ່ລົດອອກເມືອ (ໄປໃສບໍ່ຮູ້) ແລະ ພໍຮອດເວລາປະມານ 2:00 ໂມງ ຂອງວັນທີ 17 ສິງຫາ, ທ້າວ ຈັນທະວົງ ກໍໄດ້ຂີ່ລົດກັບຄືນ ມາຫາຕົນອີກ ພ້ອມທັງຊັກຊວນໃຫ້ຕົນເອງໄປຢັນເອົາລົດຈັກຄິກໄອ 125 ສີຂາວ ທີ່ຜູ້ກ່ຽວລັກ ໄວ້ຢູ່ເຂດບ້ານຊຽງດາ ແລະ ຖ້າຂາຍໄດ້ແລ້ວຈະແບ່ງເງິນໃຫ້;ໃນເວລາຕໍ່ມາ, ພວກກ່ຽວທັງສອງ ຈຶ່ງໄດ້ພາກັນຂັບຂີ່ລົດຈັກອອກໄປ ພໍໄປຮອດຈຸດໝາຍ ທ້າວ ຈັນທະວົງ ກໍໄດ້ເອົາລົດຈັກທີ່ຂີ່ມານັ້ນໄປຊຸກເຊື່ອງໄວ້ໃນຫ້ອງແຖວບ້ານຊຽງດາ ແລ້ວກໍໄດ້ຍ່າງເຂົ້າໄປຈູງເອົາລົດຈັກຄີກໄອ ແລະ ລົດຈັກເວບຮ້ອຍ ທີ່ມີກະແຈລົດສຽບຄາຢູ່ ອອກມາຈາກເຮືອນຫຼັງໜຶ່ງ ສ່ວນຕົນເອງແມ່ນ ຖ້າຢູ່ນອກທາງ. ພາຍຫຼັງທີ່ໄດ້ລົດແລ້ວພວກກ່ຽວ ກໍພາກັນຢັນລົດຄັນດັ່ງກ່າວມາເຮືອນທ້າວ ອື່ງຄໍາ ເນື່ອງຈາກວ່າ ລົດຈັກຄິກໄອ ແມ່ນບໍ່ສາມາດ ຕິດໄດ້ ແລະ ເມື່ອໄປຮອດເຮືອນ ຈຶ່ງພາກັນ ແກະປ້າຍລົດທັງສອງຄັນອອກ ພ້ອມທັງມ້າງ ບ່ອນສຽບກະແຈລົດຕິກໄອ ເພື່ອນໍາໄປຊຽນ ກະແຈລົດຈັກໃໝ່.

ພາຍຫຼັງທີ່ຊຽນກະແຈລົດຈັກຄີກໄອມາໄດ້ແລ້ວ ທ້າວ ຈັນທະວົງ ກໍໄດ້ຂັບຂີ່ລົດຈັກຄັນດັ່ງກ່າວໄປຕົວະຂາຍໃຫ້ຊາຍຄົນໜຶ່ງຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ໂດຍຜູ້ກ່ຽວໄດ້ອ້າງວ່າ ລົດຈັກເອົາມາແຕ່ໄທ ແລະ ຂາຍໃຫ້ໃນລາຄາ 5.100.000 ກີບ, ສ່ວນລົດຈັກເວບ 100 ອີກ 1 ຄັນແມ່ນຈອດປະໄວ້ຢູ່ເຮືອນທ້າວ ອື່ງຄໍາ ກ່ອນ; ແຕ່ໃນຂະນະທີ່ທ້າວ ຈັນທະວົງ ຂາຍລົດ ຄິກໄອໄດ້ແລ້ວ ກໍບໍ່ເຫັນເອົາເງິນມາແບ່ງປັນໃຫ້ຕາມທີ່ຕົກລົງກັນໄວ້ ແລະ ຈາກນັ້ນ, ຕົນເອງ ຈຶ່ງໄດ້ຍ່າງອອກໄປເຕີມເຊີເກມຢູ່ຮ້ານເກມແຖວບ້ານ ພາຍຫຼັງທີ່ກັບມາຮອດເຮືອນກໍບໍ່ເຫັນລົດ ຈັກເວບ 100 ຄັນດັ່ງກ່າວທີ່ຈອດໄວ້ແລ້ວ ຈຶ່ງໄດ້ຖາມຄົນຢູ່ເຮືອນວ່າ: ຜູ້ໃດມາເອົາລົດຈັກໄປ ຈຶ່ງຮູ້ວ່າ ທ້າວ ຈັນທະວົງ ມາເອົາໄປແລ້ວ, ຕົນເອງຈຶ່ງໄດ້ອອກໄປຊອກຫາທ້າວ ຈັນທະວົງ ແຕ່ບໍ່ເຫັນ ແລະ ມາຮອດວັນທີ 18 ສິງຫາ 2021, ຕົນເອງຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີຈາມລະບຽບກົດໝາຍ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມວ່າ: ສໍາລັບລົດຈັກທັງສອງຄັນທີ່ຖືກຄົນຮ້າຍລັກໄປນັ້ນ ແມ່ນສາມາດ ເກັບກູ້ຄືນໄດ້ 1 ຄັນ (ລົດຄິກໄອ) ແລະ ໄດ້ນໍາລົດຄັນດັ່ງກ່າວມອບຄືນໃຫ້ຜູ້ເສຍຫາຍໃນວັນທີ 31 ສິງຫາ 2021 ກ່າວມອບໂດຍ ພັທ ອໍາພອນ ຄໍາອຸ່ນທອນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊເສດຖາ.