ທ້າວ ອ້າຍ ອາຍຸ 20 ປີ ຢູ່ບ້ານໂພນໄຮຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍ່ເຫດລັກຊັບ 3 ຄັ້ງໃນວັນດຽວ ເມື່ອວັນທີ 1 ທັນວາ 2020 ທີ່ຜ່ານມາ, ກ່ອນຖືກເຈົ້າໜ້າທີ່ຈັບຕົວໄດ້ຫຼ້າສຸດ, ເມື່ອວັນທີ 8 ກັນຍາ 2021. ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດອິດສະລະພາບຈຳຄຸກຜູ້ກ່ຽວ 3 ປີ, ປັບໃໝ 5 ລ້ານກີບ ແລະ ສົ່ງຊັບຄືນໃຫ້ໂຈດທາງແພ່ງ.

ຕາງໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຄຳຖະແຫຼງການກະທຳຂອງຈຳເລີຍ ຕໍ່ຄະນະສານອາຍາ ໃຫ້ຮູ້ວ່າ: ໃນວັນທີ 1 ທັນວາ 2020, ເວລາປະມານ 7:30 ໂມງ, ທ້າວ ອ້າຍ ໄດ້ກໍ່ເຫດລັກຊັບຂຶ້ນທີ່ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ໂດຍໄດ້ລັກລົດຈັກດີມຈີນ ສີແດງ-ດຳ ໝາຍເລກທະບຽນ ຈມ 8203 ທີ່ຈອດໄວ້ຢູ່ແຄມທາງ (ໜ້າເຮືອນຂອງຜູ້ເສຍຫາຍ), ເມື່ອຜູ້ກ່ຽວລັກໄດ້ແລ້ວ ກໍເອົາໄປເລາະຂາຍ ແຕ່ບໍ່ມີໃຜຊື້ເນື່ອງ ຈາກລົດຄັນດັ່ງກ່າວບໍ່ມີເອກະສານ. ສະນັ້ນ, ຈຶ່ງໄດ້ນຳລົດໄປຈອດປະໄວ້ບໍລິເວນຕະຫຼາດທົ່ງພານທອງ; ໃນຂະນະດຽວກັນ, ຜູ້ກ່ຽວກໍພົບເຫັນລົດຈັກຮອນ ດ້າເວບ 100 ສີຂຽວດຳ ໝາຍເລກທະບຽນ ຍພ 1246 ທີ່ຈອດຢູ່ບໍລິເວນໃກ້ຄຽງ ຈຶ່ງໄດ້ລົງມືລັກ ແລ້ວຂັບມຸ່ງໜ້າໄປທາງເຂດບ້ານຄຳສະຫວາດ ເມືອງໄຊເສດຖາ. ແຕ່ພໍຂັບໄດ້ໄລຍະໜຶ່ງນໍ້າມັນລົດຄັນດັ່ງກ່າວກໍໝົດ ຜູ້ກ່ຽວຈຶ່ງຈອດລົດປະໄວ້ແຄມທາງແລ້ວຍ່າງມາຕະຫຼາດເຊົ້າ; ໃນເວລາປະມານ 11:30 ໂມງ ຂອງມື້ດຽວກັນຜູ້ກ່ຽວກໍໄດ້ລົງມືກໍ່ເຫດລັກລົດຈັກຮອນດ້າເວບ 100 ສີແດງ ດຳໝາຍເລກທະບຽນ ດດ 8172, ເຊິ່ງພາຍຫຼັງລັກແລ້ວ ຜູ້ກ່ຽວກໍໄດ້ຂັບໄປຕາມເສັ້ນທາງແຄມຂອງ ເພື່ອຈະນຳເອົາລົດໄປໄວ້ທີ່ຫໍພັກຂອງຕົນ, ແຕ່ກໍຖືກເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ກັກຕົວໄປດຳເນີນຄະດີຕາມກົດໝາຍ.

ຜ່ານການຄົ້ນຄວ້າຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຖືກຕ້ອງ ແລະ ພາວະວິໄສແລ້ວເຫັນວ່າ: ການກະທຳຂອງຈຳເລີຍເປັນການກະທຳຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກໃນຄຳໃຫ້ການ ແລະ ບົດບັນທຶກການຈັບຕົວຂອງເຈົ້າໜ້າທີ່ ທີ່ກ່າວມາຂ້າງເທິງ. ນອກນັ້ນ, ຍັງເຫັນວ່າເປັນການກະທຳຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈຳເລີຍ ໄດ້ເຄື່ອນໄຫວລັກເອົາຊັບຂອງບຸກຄົນອື່ນມາເປັນຂອງຕົນລັບຫຼັງ, ເປັນອາຈິນ, ເຊິ່ງຈຳເລີຍ ກໍຮູ້ດີວ່າການກະທຳດັ່ງກ່າວເປັນສິ່ງທີ່ຜິດຕໍ່ກົດໝາຍ.

ເຫັນວ່າ ທ້າວ ອ້າຍ (ຈຳເລີຍ) ເປັນບຸກຄົນທີ່ມີສະຕິສຳປະຊັນຍະສົມບູນດີ ແລະ ເຖິງອາຍຸກະ ສຽນທາງອາຍາແລ້ວ ແລະ ອີງຕາມປະມວນກົດໝາຍອາຍາ ມາດຕາ 231 ວັກທີ 3 ໄດ້ລະບຸໄວ້ວ່າ: ໃນກໍລະນີທີ່ຜູ້ກະທຳຜິດຫາກໄດ້ເອົາການລັກເປັນອາຈີນ, ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ 3 ປີ ຫາ 8 ປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 15. 000.000 ກີບ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍາສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບ ທ້າວ ອ້າຍ (ຈຳເລີຍ) 3 ປີ, ປັບໃໝ 5.000.000 ກີບ ພ້ອມທັງໃຫ້ສົ່ງຊັບຄືນແກ່ໂຈດທາງແພ່ງ ແລະ ໃຫ້ຈ່າຍຄ່າທຳນຽມຄືນໃຫ້ແກ່ສານ.

ຕໍ່ກັບຄະດີດັ່ງກ່າວ, ລົດຈັກທີ່ຖືກລັກໄປຈຳນວນ 2 ຄັນນັ້ນ, ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ສາມາດເກັບກູ້ຄືນໄດ້ ແລະ ມອບຄືນໃຫ້ເຈົ້າຂອງຊັບຮຽບຮ້ອຍແລ້ວ; ສ່ວນລົດຈັກອີກຄັນໜຶ່ງທີ່ເຈົ້າໜ້າທີ່ຍັງບໍ່ສາມາດເກັບກູ້ຄືນໄດ້ນັ້ນທາງສານໄດ້ຕັດສິນໃຫ້ຜູ້ກ່ຽວ ຊົດໄຊ້ຄືນແກ່ເຈົ້າຂອງຊັບເດີມ.