ທຸກມື້ນິີ້, ບັນຫາຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນຢູ່ຕາມທ້ອງຖະໜົນແມ່ນຍັງມີໃຫ້ເຫັນເປັນປະຈໍາ ເປັນຕົ້ນແມ່ນດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນຂອບກຳນົດ, ລ້ຽວກະທັນຫັນ, ແຊງຂຶ້ນໜ້າບໍ່ຮັບປະກັນ, ລ່ວງປ້າຍຫ້າມ, ລ່ວງໄຟອຳນາດ, ໃຊ້ໂທລະສັບໃນເວລາຂັບຂີ່, ບໍ່ໃສ່ໝວກກັນກະທົບ ແລະ ບໍ່ຮັດສາຍນິລະໄພໃນເວລາຂັບຂີ່, ເຊິ່ງທັງໝົດນີ້ແມ່ນສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ; ເພື່ອຮັບປະກັນບໍ່ໃຫ້ຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂດ້ວຍການລົງຕັ້ງດ່ານກວດກາ, ຈັບຄວາມໄວ, ກວດທາດເຫຼົ້າ, ອອກອາທິດສັນຈອນ, ຈັດລະບຽບຕາມສາຍທາງໃນ 6 ເດືອນຕົ້ນປີ 2021 ພົບຜູ້ຂັບຂີ່ລະ ເມີດກົດລະບຽບຈະລາຈອນ 7.000 ກວ່າຄົນ.

ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2021, ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 568 ຄັ້ງ, ພາຫະ ນະເປ່ເພທັງໝົດ 1.143 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 533 ຄົນ ແລະ ເສຍຊີວິດ 98 ຄົນ; ເຊິ່ງການເກີດອຸບັດຕິເຫດແມ່ນເກີດຈາກຜູ້ຂັບຂີ່ເປັນຜູ້ລະເມີດເປັນສ່ວນໃຫຍ່ເປັນຕົ້ນແມ່ນຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມືນເມົາແລ້ວຂັບຂີ່, ລ້ຽວກະທັນຫັນ, ຂັບຂີ່ບໍ່ຖືກຊ່ອງຈະລາຈອນ ແລະ ແຊງຂຶ້ນໜ້າບໍ່ຮັບປະກັນ.

ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງ.ໃນໄລຍະຜ່ານມາ, ພະແນກຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງ ແລະ ບັນດາເມືອງ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ທຸກຊັ້ນຄົນຢູ່ພາຍໃນນະ ຄອນຫຼວງວຽງຈັນ ເພື່ອເຮັດໃຫ້ບຸກຄົນເຫຼົ່ານັ້ນຮັບຮູ້ເຖິງກົດລະບຽບຈະລາຈອນ ແລະ ຮັບຮູ້ເຖິງໄພອັນຕະລາຍໃນການເກີດອຸບັດຕິເຫດ ໄປຄວບຄູ່ກັບການບັງຄັບໃຊ້ກົດໝາຍຕໍ່ຜູ້ລະ ເມີດກົດລະບຽບຈະລາຈອນ ເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຢ້ານກົດລະບຽບຈະລາຈອນແລ້ວບໍ່ກັບຄືນມາລະເມີດອີກ.

ໃນ 6 ເດືອນຕົ້ນປີ 2021, ເຈົ້າໜ້າທີ່ ໄດ້ອອກຈັບຄວາມໄວ, ກວດທາດເຫຼົ້າ, ຈັດລະບຽບຕາມສາຍທາງ ແລະ ອອກອາທິດສັນຈອນ ສາມາດກວດພົບຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນທັງໝົດ 7.325 ຄົນ ຍິງ 2.725 ຄົນ; ຈາກຜູ້ຂັບຂີ່ລະເມີດກົດລະບຽບນັ້ນ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມກັບທີ່ໄດ້ 6.283 ຄົນ ຍິງ 2.438 ຄົນ, ຂຽນໃບສັ່ງ ແລະ ກັກລົດໄດ້ທັງ ໝົດ 1.042 ໃບ; ໃນນີ້, ກັກເອກະສານ 993 ໃບ, ທະບຽນ 443 ໃບ, ໃບຂັບຂີ່ 395 ໃບ, ບັດປະຊາຊົນ 149 ໃບ ແລະ ກັກລົດໄດ້ທັງໝົດ 49 ຄັນ; ໃນນີ້, ລົດບໍ່ຖືເອກະສານ 29 ຄັນ, ດັດແປງສະພາບ 13 ຄັນ, ລົດບໍ່ຕິດປ້າຍທະບຽນ 7 ຄັນ.

ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາການເກີດຜູ້ບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງ ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະສຸມໃສ່ຊີ້ນໍາ-ນໍາພາບັນດາເຈົ້າໜ້າທີ່ຕໍາຫຼວດຈະລາຈອນທົ່ວນະຄອນຫຼວງວຽງຈັນ ເຮັດໜ້າທີ່ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ເປັນປົກກະຕິໂດຍສົມທົບກັບພາກສ່ວນຕ່າງ ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນໃຫ້ຫຼາຍຂຶ້ນ; ສືບຕໍ່ເພີ່ມທະວີການເຮັດວຽກງານບັງຄັບໃຊ້ກົດໝາຍ ວ່າດ້ວຍການຈະລາຈອນທາງບົກໃຫ້ເຂັ້ມງວດກວ່າເກົ່າໂດຍລົງຕັ້ງຈຸດກວດກາຄົງທີ່, ເຄື່ອນທີ່ ຫຼື ອອກອາທິດຈະລາຈອນຢ່າງເປັນປົກກະຕິ ແລະ ເນັ້ນໃສ່ກວດກາທາດເຫຼົ້າໃນຕອນກາງຄືນເປັນຕົ້ນຕໍ, ຈັດລະບຽບຕາມສາຍ, ປະສານສົມທົບແຕ່ລະພາກ ສ່ວນ.

ນອກນີ້, ສືບຕໍ່ເພີ່ມທະວີການຈັດກໍາລັງລົງໄປປະຈຳການຢູ່ຕາມຈຸດ, ປ້ອມຍາມ ເພື່ອເຮັດໜ້າ ທີ່ລະບາຍການສັນຈອນ ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ແຂງແຮງກວ່າເກົ່າ ກໍາລັງຕ້ອງມີໜ້າຢູ່ປ້ອມຖາວອນ ຕະຫຼອດ 24 ຊົ່ວໂມງ ແລະ ປ້ອມຊົ່ວຄາວ 16 ຊົ່ວໂມງ; ສືບຕໍ່ປະຈຳການຄອຍເຫດຕະຫຼອດ 24 ຊົ່ວໂມງ ລົງສະຖານທີ່ເກີດອຸປະຕິເຫດໃຫ້ວ່ອງໄວ, ວັດແທກ, ເກັບກຳວັຕຖຸ, ຮ່ອງຮອຍ ຂອງກາງທີ່ກ່ຽວຂ້ອງຕ່າງໆໃຫ້ຄົບຖ້ວນ, ຖືກ ຕ້ອງສອດຄ່ອງ ແລະ ຮັບປະກັນຄວາມເປັນທຳແກ່ຄູ່ກໍລະນີ.