ໃນວັນທີ 24 ກັນຍາ ຜ່ານມານີ້, ບໍລິສັດ ຮວຍຢີນ ກໍ່ສ້າງຈໍາກັດ ໄດ້ມອບເງິນຈໍານວນ 100.000.000 ກີບ ໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງກະລາລົດໃຫຍ່. ກ່າວມອບໂດຍ ທ່ານ ຈາງຮວຍຢີນ ປະທານບໍລິສັດ ແລະ ກ່າວຮັບໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

        ໂອກາດດັ່ງກ່າວ, ພົຈວ ສົມໄຊ ຈັນທະວົງ ກໍໄດ້ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ທ່ານ ຈາງຮວຍຢີນ ປະທານບໍລິສັດຮວຍຢີນ ກໍ່ສ້າງຈຳກັດ ທີ່ໄດ້ປະກອບສ່ວນສົມທົບທຶນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການກໍ່ສ້າງກະລາລົດໃຫຍ່  ພ້ອມທັງອວຍພອນໄຊໃຫ້ທ່ານພ້ອມດ້ວຍຄອບຄົວ ຕະຫຼອດຮອດພະນັກງານພາຍໃນບໍລິສັດ ຈົ່ງມີແຕ່ສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ການງານ ແລະ ດໍາເນີນທຸລະກິດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຮທ ທະວີສັກ

ນັກຂ່າວ ປກສ ແຂວງຫຼວງນ້ຳທາ