ຊາຍໄວ 21 ປີ ຢູ່ບ້ານຫວ້ຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ນໍາໃຊ້ປືນສັ້ນບຸກດ່ຽວປຸ້ນຊັບ ຢູ່ຮ້ານອິນເຕີເນັດ ແລະ ຮ້ານມິນິມາກ ໄດ້ເງິນໄປ 1.700.000 ກວ່າກີບ. ສຸດທ້າຍ, ຖືກເຈົ້າໜ້າທີ່ຕໍາຫຼວດ ນຳຈັບຕົວໄດ້ຫຼັງຈາກຫຼົບໜີໄ ປພາຍຫຼັງກໍ່ເຫດແລ້ວ.

ເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນປາກເຊ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເວລາ 11:00 ໂມງ ຂອງວັນທີ 25 ສິງຫາ 2021, ເຈົ້າໜ້າທີ່ຕຳຫຼວດ ປກສ ກຸ່ມ ບ້ານໃຫຍ່ຫ້ວຍຍາງຄຳ ໄດ້ຮັບແຈ້ງຄວາມຈາກນາງ ສຸກສາຄອນ ອາຍຸ 27 ປີ ຢູ່ບ້ານສາງນ້ຳມັນ ນະຄອນປາກເຊ ແຂວງຈຳປາສັກ ວ່າມີຄົນຮ້າຍຜູ້ຊາຍ ບໍ່ຮູ້ຊື່ 1 ຄົນ ຂັບຂີ່ລົດຈັກເຂົ້າມາຮ້ານອິນເຕີເນັດຂອງຜູ້ກ່ຽວ ທີ່ເປີດຢູ່ບ້ານຫ້ວຍຍາງຄຳ ນະຄອນປາກ ແລ້ວໃຊ້ປືນສັ້ນບໍ່ຮູ້ຊະນິດປຸ້ນເອົາເງິນຂອງຜູ້ກ່ຽວໄປຈຳນວນ 1.600.000 ກີບ, ແລ້ວຂັບລົດຈັກຫຼົບໜີໄປ ແລະ ໃນວັນທີ 1 ກັນຍາ 2021 ເວລາປະມານ 16:00 ໂມງ ເຈົ້າໜ້າທີ່ຕຳຫຼວດ ປກສ ກຸ່ມ 6 ນະຄອນປາກເຊ ໄດ້ຮັບແຈ້ງຄວາມຈາກທ້າວ ທັນສະພາບ ອາຍຸ 45 ປີ ອາຊີບຄ້າ-ຂາຍຢູ່ບ້ານໂພນສະຫວັນ ນະຄອນປາກເຊ ວ່າ ໄດ້ມີຄົນຮ້າຍຜູ້ຊາຍຈຳນວນ 1 ຄົນ ໄດ້ຂັບຂີ່ລົດ ຈັກມາຈອດຢູ່ໜ້າຮ້ານມິນິມາກຂອງຜູ້ກ່ຽວ ທີ່ເປີດຢູ່ບ້ານໂພນສະຫວັນ ໄດ້ໃຊ້ປືນສັ້ນບໍ່ຮູ້ຊະນິດປຸ້ນເອົາເງິນນຳລູກຊາຍຂອງຜູ້ກ່ຽວຈຳນວນ 140.000 ກີບ ແລ້ວຂັບລົດຈັກໜີໄປ.

 ຫຼັງຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ປກສ ກຸ່ມ 6 ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ປກສ ນະຄອນປາກເຊ ລົງເກັບກຳຂໍ້ມູນຫຼັກຖານຕົວຈິງ  ສືບຫາຜູ້ກໍ່ເຫດ ສາມາດນຳຈັບຕົວເປົ້າໝາຍໄດ້ ຊື່ທ້າວ ສຸລິນທາ ອາຍຸ 21 ປີ ອາຊີບກຳມະກອນ ຢູ່ບ້ານຫວ້ຍຍາງຄຳ ນະຄອນປາກເຊ ໃນຄັ້ງວັນທີ 2 ກັນຍາ 2021 ມາສືບສວນ-ສອບສວນ.

 ທ້າວ ສຸລິນທາ ຮັບສາລະພາບກັບເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 25 ສິງຫາ 2021 ເວລາປະມານ 10:00 ໂມງ ຜູ້ກ່ຽວ ໄດ້ເອົາປືນສັ້ນ ( ປະເພດປືນກັບໄຟ ອັດແກັດ ) 1 ກະບອກໃສ່ຖົງໂສ້ງ ຈຸດປະສົງເພື່ອຈະເອົາປືນດັ່ງກ່າວໄປປຸ້ນເອົາເງິນປະຊາຊົນຢູ່ຂອບເຂດນະຄອນປາກເຊ; ຈາກນັ້ນ, ຜູ້ກ່ຽວກໍໄດ້ຂັບຂີ່ລົດຈັກຍີ່ຫໍ້ຮອນດ້າເວັບ 100 ສີແດງດຳ ເລກທະບຽນ ຈບ 2762 ຈຳປາສັກ  ອອກຈາກເຮືອນ ເມື່ອໄປຮອດຮ້ານອິນເຕີເນັດເຂດບ້ານຫ້ວຍຍາງຄຳ ຜູ້ກ່ຽວໄດ້ສັງເກດເຫັນ ນາງ ສຸກສາຄອນ ນັ່ງຢູ່ໂຕະຄອມພິວເຕີ້ ບ່ອນຂາຍບັດເຕີມຢູເຊີເກມຄົນດຽວ ຈຶ່ງໄດ້ຍ່າງເຂົ້າໄປຫາແລ້ວໃຊ້ປືນສັ້ນທີ່ຜູ້ກ່ຽວຕິດຕົວມາ ຈີ້ເອົາເງິນນາງ ສຸກສາຄອນ ໄດ້ເງີນຈຳນວນ 1.600.000 ກີບ ພາຍຫຼັງໄດ້ເງິນກໍໄດ້ຂັບຂີ່ລົດເອົາຕົວຫຼົບໜີແລ້ວເອົາໄປໃຊ້ຈ່າຍຈົນໝົດ. ຕໍ່ມາໃນວັນທີ 1 ກັນຍາ 2021 ຜູ້ກ່ຽວກໍໄດ້ຂັບຂີ່ລົດຈັກເວັບຄັນເກົ່າ ພ້ອມເອົາປືນສັ້ນກະບອກດັ່ງກ່າວ ໃສ່ຖົງໂສ້ງຊອກຫາ ປຸ້ນຊັບຢູ່ຂອບເຂດນະຄອນປາກເຊ ອີກ, ພໍໄປຮອດຮ້ານໂຈໂຈ້ມິນິມາກ ເຂດບ້ານໂພນສະຫວັນ ຜູ້ກ່ຽວຈຶ່ງໄດ້ສັງເກດເຫັນທ້າວ ໂຈໂຈ້ ນັ່ງຢູ່ໂຕະເຄົາເຕີ້ໜ້າຮ້ານຄົນດຽວ ຈຶ່ງຍ່າງເຂົ້າໄປແລ້ວໃຊ້ປືນສັ້ນທີ່ຖືມາຈີ້ໃສ່ທ້າວ ໂຈໂຈ້ ພ້ອມທັງປຸ້ນເອົາເງິນໄດ້ຈຳນວນ 140.000 ກີບ ແລ້ວກໍເອົາຕົວຫຼົບໜີ ຈົນຮອດວັນທີ 2 ກັນຍາ 2021 ກໍຖືກເຈົ້າໜ້າທີ່ຕຳຫຼວດ ກັກຕົວມາດຳເນີນຄະດີ.

ລົດຈັກທີ່ນຳໃຊ້ກໍ່ເຫດ