ໃນເວລາປະມານ 9:00 ໂມງຂອງວັນທີ 15 ພະຈິກ 2021 ເກີດອຸບັດຕິເຫດສະເທືອນ ຂວັນ ເມື່ອລົດສົ່ງນໍ້າດື່ມ ໄດ້ຖອຍຢຽບເດັກນ້ອຍ ທີ່ກຳລັງຫຼິ້ນຢູ່ໜ້າຫ້ອງແຖວ ຢູ່ບ້ານດອນເກົ່າ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຮັດໃຫ້ເດັກນ້ອຍເສຍຊີວິດຄາທີ່.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ທ້າວ ແອ່ນ ອາຍຸ 19 ປີ, ບ້ານນໍ້າຕິ່ງ ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຂັບລົດກະບະຮຸນໄດ ໝາຍເລກທະບຽນ ກກ 1573 ຫຼວງພະບາງ ມາສົ່ງນໍ້າດື່ມຢູ່ສະຖານທີ່ເກີດເຫດ; ໄດ້ເກີດອຸບັດຕິເຫດໃນຂະນະທີ່ຜູ້ກ່ຽວຖອຍລົດອອກໄດ້ຢຽບເອົາເດັກນ້ອຍຜູ້ຊາຍ ອາຍຸ 2 ປີ ທີ່ກໍາລັງຍ່າງຫຼິ້ນຢູ່ເດີ່ນໜ້າຫ້ອງແຖວ ບ້ານດອນເກົ່າ ເຮັດໃຫ້ເສຍຊີວີດຄາທີ່.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແຂວງຫຼວງພະບາງ ໄດ້ຄວບຄຸມຕົວຜູ້ຂັບຂີ່ລົດກະບະ ພ້ອມທັງເກັບກຳຂໍ້ມູນ ເພື່ອສອບສວນຫາສາເຫດຂອງ ອຸບັດຕິເຫດດັ່ງກ່າວຢ່າງລະອຽດຖີ່ຖ້ວນ.