ທ່ານ ເຊໂກ ຜູ້ຕ່າງໜ້າບໍລິສັດສະມາຄົມປູກກ້ວຍ ເມືອງວັງວຽງ ແຂວງວຽງຈັນ ໄດ້ມອບນ້ຳດື່ມ, ເອັມ 150, ໄຂ່ໄກ່, ນົມ ແລະ ໝີ່ໄວໆ ລວມມູນຄ່າ 3 ລ້ານກ່ວາກີບ ໃຫ້ດ່ານສາກົນສະຖານີລົດໄຟ ລາວ-ຈີນ ແຂວງຫຼວງນ້ຳທາ ໃນວັນທີ 8 ທັນວາຜ່ານມາ; ຕາງໜ້າກ່າວຮັບໂດຍ ພັທ ດາວເພັດ ຄຳທອງ ຫົວໜ້າດ່ານສາກົນສະຖານີລົດໄຟ ລາວ-ຈີນ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ໂອກາດດັ່ງກ່າວ, ໂດຍ ພັທ ດາວເພັດ ຄຳທອງ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍ ແລະ ຂອບໃຈນຳ ທ່ານ ເຊໂກ ພ້ອມດ້ວຍຄະນະ ທີ່ໄດ້ຕາງໜ້າບໍລິສັດ ໃຫ້ຄວາມສຳຄັນໃນການປະກອບສ່ວນຕໍ່ວຽກງານປ້ອງກັນຄວາມສະຫງົບຄັ້ງນີ້, ຂໍໃຫ້ທ່ານພ້ອມດ້ວຍພະນັກງານບໍລິສັດຈົ່ງມີແຕ່ຄວາມຜາສຸກ, ດຳເນີນທຸລະກິດກໍໃຫ້ມີຄວາມຈະເລີນກ້າວໜ້າ ແລະ ມີຜົນສຳເລັດທຸກປະການ; ພ້ອມທັງໃຫ້ສັນຍາວ່າຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປແຈກຍາຍໃຫ້ອ້າຍນ້ອງທີ່ປະຕິບັດໜ້າທີ ແລະ ປະຈຳການຢູ່ດ່ານສາກົນສະຖານີທາງລົດໄຟ ລາວ-ຈີນ ເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍເຮັດໃຫ້ ອ້າຍນ້ອງມີຄວາມອຸ່ນອ່ຽງທຸ່ນທ່ຽງ ແລະ ມາປະສານແກ້ໄຂວຽກງານວິຊາສະເພາະໄດ້ຕະຫຼອດ 24 ຊົ່ວໂມງ.