ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ນັ້ນ; ເຈົ້າໜ້າທີ່ກໍາລັງຕໍາຫຼວດໃນຂອບເຂດທົ່ວປະເທດໄດ້ເອົາໃຈໃສ່ເພີ່ມທະວີໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດຫຼາຍດ້ວຍຫຼາຍຮູບຫຼາຍສີ ໂດຍການຈັດຕັ້ງກໍາລັງວິຊາສະເພາະລົງກວດກາ-ຕິດຕາມບັນດາເປົ້າໝາຍທີ່ພົວພັນກ່ຽວກັບບັນຫາຢາເສບຕິດຢ່າງເປັນລະບົບ; ເຮັດໃຫ້ສາມາດມ້າງຄະດີ ແລະ ສະກັດກຸ່ມແກ້ງຄົນບໍ່ດີໄດ້ຫຼາຍເລື່ອງ ພ້ອມທັງຢຶດຂອງກາງຢາເສບຕິດໄດ້ເປັນຈໍານວນຫຼວງຫຼາຍ; ຫຼ້າສຸດ,ໃນວັນທີ 15 ທັນວາ 2021, ເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ສາມາດສະກັດລົດນິດສັນນາວາລາ ທີ່ຂົນສົ່ງກັນຊາອັດແທ່ງ ຈໍານວນ 9 ເປົາ ລວມນໍ້າໜັກ 352 ກິໂລກຼາມ ພ້ອມກັບຢາບ້າຈໍານວນໜຶ່ງ ແລະ ຜູ້ຖືກຫາອີກ 2 ຄົນໄປດໍາເນີນຄະດີໄດ້.

ເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີໃນວັນທີ 14 ທັນວາ 2021 ວ່າ: ຈະມີການຂົນສົ່ງຢາເສບຕິດ ມາແຕ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍຜ່ານເມືອງຄູນຄໍາ ແຂວງຄໍາມ່ວນ ຈຶ່ງໄດ້ລາຍງານຕໍ່ຄະນະພັກຄະນະກອງບັນຊາການ ປກສ ເມືອງ ຄູນຄໍາ; ແລ້ວປະສານສົບກັບໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ກອງຈະລາຈອນ-ມອດໄຟ ບັນຈຸກໍາລັງລົງຕິດຕາມເປົ້າໝາຍດັ່ງກ່າວ; ມາຮອດເວລາ 6:40 ໂມງຂອງວັນທີ 15 ທັນວາ 2021 ໄດ້ພົບເຫັນລົດກະບະ ຍີ່ຫໍ້ NISSAN ສີຂາວໝາຍເລກທະບຽນ ກກ 6855 ຄໍາມ່ວນ ໄດ້ຂັບຂີ່ມາແຕ່ທາງ ຫຼັກ 20 ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈະມຸ່ງໜ້າໄປທາງແບ່ງບ້ານວຽງຄໍາ  ເມືອງປາກກະດິງ  ແຂວງບໍລິຄໍາໄຊ.

ພໍມາຮອດປ້ອມສາມແຍກກອງລໍ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຄູນຄໍາ ຈຶ່ງໄດ້ສະກັດກັ້ນ ແລະ ກັກຕົວຜູ້ຂັບຂີ່ທັງ 2 ຄົນຢູ່ໃນລົດຄັນດັ່ງກ່າວ ແລ້ວນໍາເຂົ້າໄປຫ້ອງການກອງບັນຊາການ ປກສ ເມືອງຄູນຄໍາ ສົມທົບກັບອົງການໄອຍະການປະຊາຊົນເຂດ 1 ປະຈໍາເມືອງຄູນຄໍາ; ອໍານາດການປົກຄອງບ້ານຄູນແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮ່ວມກັນກວດຄົ້ນພະຫະນະ (ລົດ) ຍີ່ຫໍ້ NISSAN ຄັນດັ່ງກ່າວ.

ຜ່ານການກວດຄົ້ນຕົວຈິງ ພົບເຫັນເຄື່ອງຂອງກາງຢາເສບຕິດ ປະເພດຄັນຊາແຫ້ງ (ອັດແທ່ງ) ຈໍານວນ 9 ເປົາ ມີນ້ໍາໜັກລວມ 352 ກິໂລກຼາມ ແລະ ກວດຄົ້ນຕົວ ທ້າວ ຄໍາຮອນ ພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 12 ເມັດ ຢູ່ຖົງໂສ້ງເບື້ອງຂວາຂອງຜູ້ກ່ຽວ; ຜ່ານການສືບສວນ-ສອບສວນເບື້ອງຕົ້ນຈຶ່ງຮູ້ວ່າ: ຜູ້ຂັບຂີ່ຊື່ ທ້າວ ຄໍາຮອນ ອາຍຸ 36 ປີ ປະຈຸບັນຢູ່ບ້ານຫ້ວຍແກ້ວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະ ທ້າວ ສຸວັນໂນ ອາຍຸ 25 ປີ ຢູ່ບ້ານນາບົງ ເມືອງທ່າແຂກ  ແຂວງຄໍາມ່ວນ  ສ່ວນລົດແມ່ນອອກຊື່ ທ້າວ ສຸວັນໂນ; ຈາກນັ້ນຈຶ່ງໄດ້ສົ່ງພວກຖືກຫາ ພ້ອມດ້ວຍເຄື່ອງຂອງກາງຢາເສບຕິດ ປະເພດກັນຊາແຫ້ງ (ອັດແທ່ງ) ຈໍານວນ 352 ກິໂລກຼາມ, ຢາບ້າ ຈໍານວນ 12 ເມັດ ແລະ ລົດຄັນດັ່ງກ່າວມອບໃຫ້ກອງບັນຊາການ ປກສ ແຂວງຄໍາມ່ວນ ສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນຕາມຂັ້ນຕອນຂອງກົດໝາຍ.