ຫ້ອງວ່າການເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມລົງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ບັນດາໜ່ວຍພັກອ້ອມຂ້າງເມືອງ ໃນວັນທີ 7 ທັນວາຜ່ານມາ; ເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີ ທ່ານ ແພງຊ້ອຍ ແພງເມືອງ ເລຂາພັກເມືອງ ເຈົ້າເມືອງໆຄອບ, ມີຄະນະກວດ ກາຂັ້ນແຂວງ, ການນໍາຂັ້ນເມືອງເຂົ້າຮ່ວມ.

ທ່ານ ແພງຊ້ອຍ ແພງເມືອງ ໄດ້ລາຍງານການກະກຽມລົງຮາກຖານປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ວ່າ: ພາຍຫຼັງທີ່ໄດ້ເຂົ້າຮ່ວມກອງປະຊຸມຢູ່ຂັ້ນແຂວງ ໃນວັນທີ 1 ທັນວາຜ່ານມາ; ຄະນະປະຈຳພັກເມືອງໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລື ແລະ ເປັນເອກກະພາບກັນ ໃຫ້ຄະນະຈັດຕັ້ງ ແລະ ຄະນະກວດກາເມືອງກະກຽມບັນດາເອກະສານເຊື່ອມຊຶມຕ່າງໆໃຫ້ຄົບຖ້ວນ ພ້ອມທັງປັບປຸງມະຕິຕົກລົງແຕ່ງຕັ້ງຄະນະຮັບ ຜິດຊອບຂັ້ນເມືອງໃຫ້ລະອຽດ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະບ້ານ, ສໍາລັບການຈັດຕັ້ງປະຕິບັດຕົວຈິງແມ່ນຈະໄດ້ເລີ່ມແຕ່ຕົ້ນເດືອນທັນວາເປັນຕົ້ນໄປ,ໂດຍຈະໄດ້ສົມທົບກັບຄະນະຮັບຜິດຊີ້ນຳຂັ້ນແຂວງປະເມີນ ຄວາມພ້ອມ ແລະ ໃຫ້ທິດຊີ້ນຳເພີ່ມເຕີມ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຕາມຈຸດປະສົງທີ່ກຳນົດໄວ້.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທ ວົງ ໄດ້ໃຫ້ທິດຊີ້ນໍາຕໍ່ການນໍາຂອງເມືອງໃນການລົງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ຢູ່ບັນດາໜ່ວຍພັກ ເປັນຕົ້ນແມ່ນເອົາໃຈໃສ່ກວດກາຢ່າງເຂັ້ມງວດນັບແຕ່ຕໍາແໜ່ງງານ ຂອງບ້ານ, ສະມາຊິກພັກແຕ່ລະສະຫາຍຢູ່ໜ່ວຍພັກຮາກຖານ, ກວດໃຫ້ເຫັນໄດ້ຈຸດດີ; ແກ້ໄຂໃຫ້ໄດ້ຈຸດອ່ອນຂໍ້ຄົງຄ້າງຕ່າງໆທີ່ເກີດຂຶ້ນຢູ່ຮາກຖານບ້ານ ແລະ ສໍານັກງານ-ອົງການທົ່ວເມືອງ, ພ້ອມທັງສ້າງສະມາຊິກພັກ, ໜ່ວຍພັກໃຫ້ເຂັ້ມ ແຂງ ແລະ ໜັກແໜ້ນແຕ່ຮາກຖານໜ່ວຍພັກ ບ້ານຂຶ້ນມາເພື່ອເປັນພື້ນຖານໃນການພັດທະນາ ເມືອງ ກໍຄືການຈັດຕັ້ງມະຕິກອງປະຊຸມໃຫຍ່ຂອງ ເມືອງໃຫ້ໄດ້ຮັບໝາກຜົນອັນຈົບງາມ, ໄປພ້ອມກັບການເອົາໃຈໃສ່ໃນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ ຖົ່ວເຖິງທ້ອງຖິ່ນຮາກຖານ, ໂດຍສຸມໃສ່ແກ້ໄຂ ກຸ່ມເປົ້າໝາຍເສບ ແລະ ຄ້າ-ຂາຍຢາເສບຕິດຢູ່ ບັນດາບ້ານ.