ໃນວັນທີ 18 ມັງກອນ 2022, ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ກະຊວງສາທາລະນະ ສຸກ ໄດ້ຈັດພິທີເຜີຍແຜ່ບັນດາເອກະສານກ່ຽວກັບ ການຈັດຕັ້ງເຜີຍແຜ່ຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍ ປອ ດຣ ບຸນແຝງ ພູມ ມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນ ຕີ, ບັນດາກົມ, ພະແນກ, ສູນ, ໂຮງຮຽນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ດຣ ປອ ບຸນແຝງ ພູມ ມະໄລສິດ ໄດ້ເຜີຍແຜ່ເອກະສານຄໍາສັ່ງຂອງກົມການເມືອງສູນກາງພັກ, ສະບັບເລກທີ 02/ ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າ ດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 19/ນຍ, ລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາ ເສບຕິດ (2021-2023).

ຫຼັງຈາກນັ້ນ, ພົຕ ທອງເຫຼັກ ມັງໜໍ່ເມກ ກໍໄດ້ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023), ມະຕິ ຂອງສະພາແຫ່ງ ຊາດ ສະບັບເລກທີ 04/ສພຊ, ລົງ ວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບ ຕິດ 2021-2023; ນອກນີ້, ຍັງມີກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ ສະບັບເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021 ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ສະບັບເລກທີ 1843/ປກສ, ລົງວັນທີ 5 ຕຸລາ 2021 ຂອງກະຊວງປ້ອງກັນຄວາມສະຫງົບ.

ຈຸດປະສົງຂອງການຈັດຕັ້ງເຜີຍ ແຜ່ເອກະສານຄັ້ງນີ້, ກໍເພື່ອປຸກລະດົມຊຸກຍູ້, ຂົນຂວາຍທຸກກຳລັງແຮງສັງລວມ ໃຫ້ບັນດາພະນັກງານຫຼັກແຫຼ່ງທົ່ວ ກະຊວງສາທາລະນະສຸກ ມີສ່ວນຮ່ວມເຂົ້າໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນ ນໍາເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວໄປສຶກສາອົບຮົມລູກຫຼານ, ຍາດພີ່ນ້ອງ, ນັກຮຽນ-ນັກສຶກສາ ຈົ່ງປະຕິບັດພັນທະຂອງຕົນ, ເປັນຫູເປັນ ຕາຊ່ວຍເຈົ້າໜ້າທີ່ໃນການປາບປາມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ເປັນຂະບວນຟົດຟື້ນເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ-ປອດໄພ.