ພິທີມອບ-ຮັບເຄື່ອງອຸປະກອນເຕັກນິກປ້ອງກັນຄວາມສະຫງົບ ໂດຍແມ່ນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ເພື່ອການພັດທະນາເສດຖະກິດ-ສັງຄົມໃນປະເທດລາວ ( ຂະແໜງປ້ອງກັນຄວາມສະຫງົບ ) ໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2022 ທີ່ກະຊວງ ປ້ອງ ກັນຄວາມສະຫງົບ ສປປ ລາວ; ກ່າວຮັບໂດຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປ ລາວ, ກ່າວມອບໂດຍ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ໂດຍມີຄະນະນຳທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ລາວ ໃຫ້ຮູ້ວ່າ: ເຄື່ອງທີ່ໄດ້ຮັບຈາກການຊ່ວຍເຫຼືອຄັ້ງນີ້ປະກອບມີເຄື່ອງເອັກສະເລກະເປົາ ຈຳນວນ 7 ເຄື່ອງ, ເຄື່ອງກວດຈັບໂລຫະສຳລັບຍ່າງຜ່ານ ຈຳນວນ 5 ເຄື່ອງ, ເຄື່ອງກວດຈັບໂລຫະແບບມືຖື ຈຳນວນ 51 ເຄື່ອງ, ເຄື່ອງອຸປະກອນກວດກ້ອງລົດດ້ວຍເຄື່ອງສະແກນ ຈຳນວນ 6 ເຄື່ອງ, ເຄື່ອງແວ່ນກວດພື້ນລົດ ຈຳນວນ 3 ເຄື່ອງ ລວມມູນຄ່າ 553.990,78 ໂດລາສະຫະລັດ.

ທ່ານ ໂຄບາຢາຊິ ເຄນອິຈິ ໄດ້ກ່າວມອບເຄື່ອງຈຳນວນດັ່ງກ່າວ ພ້ອມທັງສະແດງຄວາມເຫັນວ່າ ບັນດາອຸປະກອນທີ່ນຳມາມອບໃຫ້ຄັ້ງນີ້ຈະໄດ້ຮັບການນຳໃຊ້ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ກໍຄືວຽກງານປ້ອງກັນກອງປະຊຸມສະດັບຊາດ-ລະດັບສາກົນ ລວມທັງງານສຳຄັນຕ່າງໆທີ່ ສປປ ລາວເປັນເຈົ້າພາບ ເພື່ອຮັບປະກັນຄວາມສະຫງົບປອດໄພ.

ໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ເຊື່ອໝັ້ນວ່າການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນໃນການຊຸກຍູ້ສົ່ງເສີມສາຍພົວພັນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ ແລະ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນທີ່ໃຫ້ການຊ່ວຍເຫຼືອແກ່ກະຊວງ ປກສ ລາວ; ເຊິ່ງເຄື່ອງອຸປະກອນເຕັກນິກດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ.