ວັນທີ 24 ມັງກອນ 2022, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ນໍາກະຕ່າດອກໄມ້ອວຍພອນກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022 ), ນໍາ ໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ຮັບການອວຍພອນຄັ້ງນີ້ ໂດຍ ພົຕ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວອວຍພອນໄຊອັນປະເສີດໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກໍາລັງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະແມ່ນທົ່ວກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຜາສຸກທັງກາຍ-ໃຈ, ສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ໂອກາດດຽວກັນ, ພົຕ ວໍລະສານ ວິລັດດາວົງ ໄດ້ຕາງໜ້າໃຫ້ຄະນະນຳ ກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານ ສະແດງຄວາມຂອບໃຈຕໍ່ການນຳກົມໃຫຍ່ການເມືອງ ປກສ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ, ໃກ້ຊິດຕິດແທດ, ໃຫ້ການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດມາ, ສະເພາະຂົງເຂດວຽກງານການເມືອງສອງກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍາມໃດກໍມີການປະສານງານພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຕະຫຼອດມາ ບໍ່ວ່າຈະເປັນດ້ານວຽກງານພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ ແລະ ວຽກງານອື່ນໆທີ່ປີ່ນອ້ອມໜ້າທີ່ການເມືອງຂອງສອງກໍາລັງພວກເຮົານັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ພັທ ວຽງໄຊ ທໍາມະສິດ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ນໍາເອົາກະຕ່າດອກ ໄມ້ອວຍພອນຫ້ອງການກົມໃຫຍ່ການເມືອງ ກະຊວງປ້ອງກັນປະເທດ, ໂດຍການຮັບອວຍພອນຂອງ ພັອ ວັນໄຊ ຄຳພາວົງ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ກະຊວງ ປ້ອງກັນປະເທດ, ມີຄະນະທັງສອງຝ່າຍເຂົ້າຮ່ວມ.